ກົມນະໂຍບາຍການຄ້າຕ່າງປະເທດ

ພິທີລົງນາມສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ (ແບບທາງໄກ) Virtual Signing Regional Comprehensive Economic Partnerships (RCEP)

ໃນຕອນເຊົ້າຂອງວັນທີ 15 ພະຈິກ 2020, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ນໍາອາເຊັບ ຄັ້ງທີ 4 (ແບບທາງໄກ) ພາຍໃຕ້ການເປັນປະທານໂດຍພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ນາງ Jacinda Adern, ນາຍົກລັດຖະມົນຕີ ນິວຊີແລນ, ໃນນາມປະເທດປະສານງານໃຫ້ແກ່ບັນດາປະເທດຄູ່ຮ່ວມເຂດການຄ້າເສລີອາຊຽນໃນຂອບວຽກອາເຊັບ, ພ້ອມດ້ວຍບັນດາປະມຸກລັດຈາກປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມ ເຊັ່ນ: ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ນິວ ຊີແລນ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາເຊັບ  ໄດ້ສະແດງຄວາມຊົມເຊີຍມາຍັງ ສສ ຫວຽດນາມ ໃນຖານະປະທານອາຊຽນ ຕໍ່ການກະກຽມເປັນເຈົ້າພາບຈັດກອງປະຊຸມທີ່ປະຫວັດສາດສໍາຄັນ ແລະ ຜົນສໍາເລັດອັນຍິ່ງໃຫຍ່ຄັ້ງນີ້ ຊຶ່ງບັນດາຜູ້ນໍາອາເຊັບໄດ້ຮ່ວມເປັນສັກຂີພະຍານໃນພິທີລົງນາມສັນຍາ ອາເຊັບ ພາຍຫຼັງ 8 ປີຂອງການເຈລະຈາສັນຍາພາກພື້ນທີ່ສໍາຄັນດັ່ງກ່າວ.

ການລົງນາມສັນຍາອາເຊັບ ເປັນການສົ່ງສັນຍານໄປທົ່ວໂລກໃຫ້ຮັບຮູ້ວ່າ ພາກພື້ນອາເຊັບນີ້ ເປັນພາກພື້ນທີ່ມີທ່າແຮງ ແລະ ເປີດກວ້າງຕໍ່ບັນດາທຸລະກິດທົ່ວໂລກທາງດ້ານການຄ້າ ແລະ ການລົງທຶນ, ແລະ ທັງເປັນການກະຕຸກຊຸກຍູ້ເສດຖະກິດໂລກທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນໍາອີກ; ສິ່ງສໍາຄັນບາດກ້າວຕໍ່ໄປແມ່ນການເຮັດໃຫ້ສັນຍາອາເຊັບນີ້ ນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາຢ່າງແທ້ຈິງມາສູ່ພາກພື້ນ ໂດຍການເລັ່ງລັດໃຫ້ສັນຍາມີຜົນບັງຄັບໃຊ້ ແລະ ກະຕຸກຊຸກຍູ້ໃຫ້ສາມາດປັບຕົວເຂົ້າກັບສະພາບການໃໝ່, ມີຄວາມທັນສະໄໝ ແລະ ຮອບດ້ານ, ມີຄຸນນະພາບສູງ ແລະ ນໍາມາຊຶ່ງຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ ແລະ ການພັດທະນາຂອງພາກພື້ນ.

ການເຈລະຈາສັນຍາອາເຊັບ ໄດ້ເລີ່ມຕົ້ນໃນທ້າຍປີ 2012 ພາຍຫຼັງທີ່ ບັນດາຜູ້ນຳອາຊຽນ ແລະ ບັນດາຜູ້ນຳ 6 ປະເທດຄູ່ຮ່ວມເຈລະຈາ (ອົດສະຕຣາລີ, ສປ. ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ ແລະ ນິວຊີແລນ) ໄດ້ອອກຖະແຫຼງການຮ່ວມ ເພື່ອເປີດການເຈລະຈາສັນຍາດັ່ງກ່າວ ໃນວັນທີ 20 ພະຈິກ 2012 ທີ່ປະເທດກຳປູເຈຍ. ໃນກອງປະຊຸມຜູ້ນຳອາເຊັບ ຄັ້ງທີ 3 ທ້າຍປີ 2019  ທີ່ບາງກອກ, ປະເທດໄທ, ອິນເດຍ ໄດ້ປະກາດຂໍຖອນຕົວອອກຈາກການເຈລະຈາສັນຍາ ອາເຊັບ, ເຮັດໃຫ້ປະຈຸບັນຍັງເຫຼືອ 15 ປະເທດສະມາຊິກ ທີ່ໄດ້ສຳເລັດການເຈລະຈາ. ປະຈຸບັນ, ສັນຍາອາເຊັບ ຖືໄດ້ວ່າເປັນສັນຍາເຂດການຄ້າເສລີທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ກວມເອົາເກືອບ 1/3 ຂອງ GDP ໂລກ, ເຊິ່ງມີ GDP ທັງໝົດ 24,6 ຕື້ໂດລາ ຫຼື ປະມານ 30% ຂອງຂະໜາດເສດຖະກິດໂລກ, ມີມູນຄ່າການຄ້າກວມ 27,1 % ຂອງການຄ້າໂລກ, ມູນຄ່າການລົງທຶນ 29,3% ຂອງການລົງທຶນໂລກ ແລະ ມີປະຊາກອນລວມກັນ 2.249 ລ້ານຄົນ. ສິ່ງນີ້ ຍັງໝາຍເຖິງ    ຂະໜາດຂອງຕະຫຼາດທີ່ເປີດກວ້າງສໍາລັບການສົ່ງອອກຂອງລາວ ໄປຍັງພາກພື້ນດັ່ງກ່າວ ແລະ ການເຂົ້າຮ່ວມ “ຕ່ອງໂສ້ການສະໜອງຂອງພາກພື້ນ” ແມ່ນບັນຫາສໍາຄັນຂອງສັນຍາສະບັບນີ້.

ສປປ ລາວ ມີສະຖານະພາບເປັນປະເທດດ້ອຍພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ, ໃນສັນຍາ ອາເຊັບນີ້, ສປປ ລາວ ໄດ້ຮັບຂໍ້ໂຍະຍານຫຼາຍດ້ານໃນດ້ານເວລາການຈັດຕັ້ງປະຕິບັດສັນຍາ ແລະ ການຊ່ວຍເຫຼືອຜ່ານການຮ່ວມມືທາງດ້ານເສດຖະກິດ. ໃນນີ້, ການເປີດຕະຫຼາດສິນຄ້າ, ບັນດາປະເທດຄູ່ຮ່ວມເຈລະຈາ ກໍລະເວັ້ນໃນການຮຽກຮ້ອງການເປີດຕະຫຼາດສິນຄ້າຈາກປະເທດດ້ອຍພັດທະນາ, ໃນຂະນະດຽວກັນ, ການຄ້າດ້ານການບໍລິການ, ປະເທດດ້ອຍພັດທະນາ ບໍ່ຖືກຮຽກຮ້ອງໃຫ້ຮັບພັນທະ ຫຼື ເປີດຂະແໜງບໍລິການກວ້າງຫຼາຍກວ່າ ລະບຽບການພາຍໃນທີ່ມີຢູ່ຂອງຕົນ.

ປະຈຸບັນນີ້, ສປປ ລາວ ພວມຂຸ້ນຂ້ຽວ ເພື່ອສ້າງຄວາມງ່າຍດາຍໃນການດໍາເນີນທຸລະກິດ ໂດຍການທົບທວນ, ປັບປຸງ ຫຼື ສ້າງນິຕິກໍາຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກໃຫ້ແກ່ທຸລະກິດ ນັບຕັ້ງແຕ່ການເລີ່ມຕົ້ນສ້າງຕັ້ງທຸລະກິດ ໄປຈົນຮອດ ການດຳເນີນເຄື່ອນໄຫວ ລວມເຖິງ ການຄ້າຂາຍລະຫວ່າງປະເທດ. ແນວຄິດລິເລີ່ມເຫຼົ່ານີ້ ແນໃສ່ ເພື່ອດຶງດູດການລົງທຶນເພີ່ມຂຶ້ນ ແລະ ເຮັດໃຫ້ສະພາບແວດລ້ອມເອື້ອອໍານວຍໃນການດໍາເນີນທຸລະກິດ ເພື່ອໃຫ້ ສປປ ລາວ ກາຍເປັນສ່ວນໜຶ່ງຂອງຕ່ອງໂສ້ການສະໜອງຂອງພາກພື້ນອາເຊັບ.

ປະຈຸບັນ ມີຫຼາຍປະເທດ ແລະ ອະນາເຂດເສດຖະກິດໄດ້ສະແດງເຈດຈໍານົງ ແລະ ຄວາມສົນໃຈເຂົ້າຮ່ວມສັນຍາອາເຊັບ ເຊັ່ນ: ຮົງກົງ, ຊີເລ ແລະ ອັງກິດ.