Department of foreign trade policy

Regional Comprehensive Economic Partnership: RCEP

ບົດສະຫຼຸບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ

(Regional Comprehensive Economic Partnership: RCEP)

ຄວາມເປັນມາໂດຍຫຍໍ້

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ໄດ້ເລີ່ມຕົ້ນຂຶ້ນໃນເດືອນ ພະຈິກ 2012 ທີ່ ກຳປູເຈຍ, ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 20 ພະຈິກ 2012 ໂດຍຖະແຫຼງການຮ່ວມ ວ່າດ້ວຍ ການລິເລີ່ມການເຈລະຈາສັນຍາຂອບການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ, ເຊິ່ງການເຈລະຈາ RCEP ຖືໄດ້ວ່າເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ລະຫວ່າງ 10 ປະເທດສະມາຊິກອາຊຽນ ກັບ 6 ປະເທດຄູ່ຮ່ວມເຈລະຈາຄື: ອົດສະຕຣາລີ, ສປ ຈີນ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ ແລະ ສ. ເກົາຫຼີ ປະກອບເປັນ 16 ປະເທດສະມາຊິກໃນເຂດການຄ້າເສລີນີ້. ເຖິງຢ່າງໃດກໍຕາມ, ໃນປີ 2019, ອິນເດຍ ປະກາດອອກຈາກການເຈລະຈາ RCEP  ໂດຍໃຫ້ເຫດຜົນວ່າ ສັນຍາບໍ່ຕອບສະໜອງຄວາມຕ້ອງການຂອງອິນເດຍ ແລະ ອາດຈະສົ່ງຜົນກະທົບທາງລົບຫຼາຍດ້ານຕໍ່ຜູ້ຜະລິດພາຍໃນຂອງອິນເດຍ ໂດຍສະເພາະ ການຂາດດຸນການຄ້າໃນປະຈຸບັນ. ສະນັ້ນ, ສັນຍາ RCEP ທີ່ລົງນາມໃນວັນທີ 15 ພະຈິກ 2020 ແມ່ນປະກອບດ້ວຍ 15 ປະເທດສະມາຊິກ.

ອີງຕາມຂໍ້ມູນຈາກກອງເລຂາອາຊຽນ ການຄ້າປີ 2018, ສັນຍາ RCEP ທີ່ມີ 15 ປະເທດ (ບໍ່ລວມອິນເດຍ) ຍັງເປັນເຂດການຄ້າເສລີທີ່ໃຫຍ່ທີ່ສຸດຂອງໂລກ ໂດຍ ມີ GDP ທັງໝົດ 24.669 ຕື້ໂດລາສະຫະລັດ (ຄິດສະເລ່ຍເປັນ 29% ຂອງຂະໜາດເສດຖະກິດໂລກ); ມູນຄ່າການຄ້າ 10.642 ຕື້ໂດລາສະຫະລັດ (ຄິດສະເລ່ຍເປັນ 27,1% ຂອງການຄ້າໂລກ); ມູນຄ່າການໄຫຼເຂົ້າຂອງການລົງທຶນ 379,9 ຕື້ໂດລາສະຫະລັດ (ຄິດສະເລ່ຍເປັນ 29.3% ຂອງການລົງທຶນໂລກ); ໂດຍມີປະຊາກອນລວມກັນ 2.249 ລ້ານຄົນ (29.6% ຂອງປະຊາກອນໂລກ).

ຫຼັກການພື້ນຖານຂອງການເຈລະຈາສັນຍາ

ຈຸດປະສົງຫຼັກຂອງສັນຍາ ແມ່ນເພື່ອເສີມຂະຫຍາຍຖານເສດຖະກິດໃນພາກພື້ນໃຫ້ມີຄວາມທັນສະໄໝ (modern), ຄອບຄຸມບັນຫາກວ້າງຂວາງ (comprehensive), ມີຄຸນນະພາບສູງ (high-quality) ແລະ ສາມາດເອື້ອຜົນປະໂຫຍດຮ່ວມກັນ (mutual benefits)ໃນການເປັນຄູ່ຮ່ວມທາງດ້ານເສດຖະກິດລະຫວ່າງອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ ໂດຍແນໃສ່ ການຂະຫຍາຍ ແລະ ລົງເລິກການເປີດເສລີທາງດ້ານການຄ້າ, ການບໍລິການ ແລະ ການລົງທຶນໃນພາກພື້ນ RCEP ໃຫ້ຫຼາຍກວ່າ ສັນຍາເຂດການຄ້າເສລີອາຊຽນ+1.

ຄຸນລັກສະນະສໍາຄັນຂອງສັນຍາ RCEP

ໃນການເຈລະຈາສັນຍານີ້ ອາຊຽນ ເປັນແກນກາງໃນການເຈລະຈາ ໂດຍແນໃສ່ການສະໜັບສະໜູນ ແລະ ສົ່ງເສີມການເຊື່ອມໂຍງທາງເສດຖະກິດພາກພື້ນທາງໃນລວງກວ້າງ ແລະ ລວງເລິກ, ການພັດທະນາເສດຖະກິດທີ່ເທົ່າທຽມກັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດຂອງບັນດາປະເທດພາຄີ.

  • ສັນຍາ RCEP ແມ່ນສອດຄ່ອງກັບບົດບັນຍັດໃນສັນຍາຂອງອົງການການຄ້າໂລກ ໂດຍສົ່ງເສີມການເຂົ້າເຖິງຕະຫຼາດຢ່າງກວ້າງຂວາງ ໂດຍຜ່ານການ ລົບລ້າງ ຫຼື ຫຼຸດອັດຕາພາສີ ແລະ ອຸປະສັກທີ່ບໍ່ແມ່ນພາສີເກືອບທຸກລາຍການໃນການຄ້າສິນຄ້າ; ລວມທັງ ການເປີດເສລີຢ່າງກວ້າງຂວາງໃນຂະແໜງການບໍລິການ ແລະ ການລົງທຶນ, ເພື່ອສ້າງໂອກາດ ແລະ ຜົນປະໂຫຍດໃໝ່ສໍາລັບທຸລະກິດ, ແຮງງານ ແລະ ຜູ້ຊົມໃຊ້ໃນພາກພື້ນ.
  • ສັນຍາ RCEP ຈະລວມມີ ຂໍ້ບັນຍັດພັນທະຜູກມັດທາງສັນຍາຂອງພາກພື້ນ ແນໃສ່ເພື່ອອໍານວຍຄວາມສະດວກໃນການພັດທະນາການຜະລິດ ແລະ ຕ່ອງໂສ້ການສະໜອງຂອງພາກພື້ນ; ເຮັດໃຫ້ການຄ້າ ແລະ ການລົງທຶນຄ່ອງຕົວ; ແລະ          ອໍານວຍຄວາມສະດວກໃນການເຊື່ອມໂຍງລະຫວ່າງປະເທດ, ພ້ອມທັງ ເປີດຕະຫຼາດພາຍໃນປະເທດ ແລະ ພາກພື້ນ.
  • ສ້າງຄວາມເປັນໜຶ່ງດຽວຂອງກຸ່ມປະເທດທີ່ແຕກຕ່າງກັນ ເຊັ່ນ ຄວາມແຕກຕ່າງທາງດ້ານພູມີປະເທດ, ພາສາ ແລະ ປະຫວັດສາດ, ຂະໜາດ, ແລະ ລະດັບຂອງການພັດທະນາ. ໃນນີ້, ສັນຍາໄດ້ໃຫ້ຄວາມສໍາຄັນກັບທຸກເສດຖະກິດໃນທຸກລະດັບຂອງການພັດທະນາ ແລະ ທຸລະກິດທຸກຂະໜາດ ລວມເຖິງ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດໄດ້ຮັບຜົນປະໂຫຍດຈາກການຄ້າ.
  • ສັນຍານີ້ ຍັງມີໄດ້ມີຂອບການຮ່ວມມືທາງດ້ານເສດຖະກິດ ເພື່ອພັດທະນາ ແລະ ສ້າງຂີດຄວາມສາມາດໃຫ້ກັບການຄ້າ, ເພື່ອຮັບປະກັນວ່າ ທຸກຝ່າຍ ສາມາດປະຕິບັດໄດ້ຕາມພັນທະສັນຍາ ແລະ ນໍາໃຊ້ຜົນປະໂຫຍດຈາກສັນຍາຢ່າງເຕັມທີ່ ໂດຍສະເພາະ ການສ້າງຂີດຄວາມສາມາດສໍາລັບບັນດາພາຄີທີ່ມີລະດັບການພັດທະນາໜ້ອຍກວ່າ, ແລະ ໃນບາງກໍລະນີ ກໍໃຫ້ມີໄລຍະເວລາຂ້າມຜ່ານພິເສດ ແລະ ກົນໄກທີ່ໃຫ້ເວລາເພີ່ມຕື່ມແກ່ປະເທດພາຄີຂອງສັນຍາທີ່ເປັນປະເທດດ້ອຍພັດທະນາ ເພື່ອສ້າງຂີດຄວາມສາມາດຈັດຕັ້ງປະຕິບັດພັນທະສັນຍາ.
  • ສັນຍາ ຍັງມີຂໍ້ບັນຍັດກ່ຽວກັບບັນຫາໃໝ່ເຂົ້າໃນສັນຍາ ເຊັ່ນ ການຄ້າຜ່ານທາງເອເລັກໂຕຣນິກ ເພື່ອ ສົ່ງເສີມນະວັດຕະກໍາ ແລະ ເສດຖະກິດດີຈີຕອນຂອງອາຊຽນ ແລະ ພາກພື້ນ RCEP.
  • ເປັນຖານເວທີເພື່ອການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ຖືກອອກແບບ ເພື່ອລວມເອົາບັນດາເສດຖະກິດ (ປະເທດ)ເຂົ້າເພີ່ມຕື່ມໃນອະນາຄົດ.

ຂອບເຂດຂອງສັນຍາ

ສັນຍາ RCEP ປະກອບມີ 20 ພາກ ແລະ 4 ຕາຕະລາງ ແລະ ເອກະສານຊ້ອນທ້າຍຂອງສັນຍາ ຄື: ບົດບັນຍັດທົ່ວໄປ ແລະ ນິຍາມຄຳສັບ; ການຄ້າດ້ານສິນຄ້າ; ລະບຽບແຫຼ່ງກຳເນີດສິນຄ້າ; ຫຼັກການທາງດ້ານພາສີ ແລະ ການອຳນວຍຄວາມສະດວກທາງການຄ້າ; ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ; ມາດຕະຖານ, ລະບຽບການເຕັກນິກ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ; ການແກ້ໄຂທາງການຄ້າ; ການຄ້າດ້ານບໍລິການ; ການເຄື່ອນຍ້າຍແຮງງານທີ່ມີສີມືຊົ່ວຄາວ; ການລົງທຶນ; ຊັບສິນທາງປັນຍາ; ການຄ້າທາງຜ່ານທາງເອເລັກໂຕຣນິກ; ການແຂ່ງຂັນ; ວິສາຫະກິດຂະໜາດນ້ອຍ ແລະ ກາງ; ການຮ່ວມມືທາງດ້ານເສດຖະກິດ ແລະ ວິຊາການ; ການຈັດຊື້ ແລະ ຈັດຈ້າງຂອງລັດຖະບານ; ບົດບັນຍັດທົ່ວໄປ ແລະ ຂໍ້ຍົກເວັ້ນ, ໂຄງສ້າງສະຖາບັນການຈັດຕ້ັງ; ການແກ້ໄຂຂໍ້ຂັດແຍ່ງ; ບົດບັນຍັດສຸດທ້າຍ. ສຳລັບຕາຕະລາງ ແລະ ເອກະສານຊ້ອນທ້າຍມີ ຄື: ຕາຕະລາງພັນທະທາງດ້ານອັດຕາພາສີ, ຕາຕະລາງພັນທະສະເພາະສຳລັບການບໍລິການ, ຕາຕະລາງບັນຊີສະຫງວນໄວ້ ແລະ ມາດຕະການທີ່ບໍ່ສອດຄ່ອງສຳລັບພາກການບໍລິການ ແລະ ການລົງທຶນ, ຕາຕະລາງພັນທະສະເພາະສຳລັບການເຄື່ອນຍ້າຍແຮງງານທີ່ມີສີມືຊົ່ວຄາວ.

ເນື້ອໃນສໍາຄັນຂອງສັນຍາ RCEP

ໂຄງປະກອບສໍາຄັນຂອງສັນຍາ RCEP ປະກອບດ້ວຍສາມຂົງເຂດຫຼັກຄື: ການຄ້າດ້ານສິນຄ້າ, ການຄ້າດ້ານການບໍລິການ ແລະ ການລົງທຶນ. ໃນນີ້, ແຕ່ລະຂົງເຂດ ກໍຈະມີພາກບົດບັນຍັດສະເພາະທີ່ຕິດພັນກັບແຕ່ລະບັນຫາ ຊຶ່ງສັງລວມໄວ້ລຸ່ມນີ້:

ພາກທີ 1: ບົດບັນຍັດທົ່ວໄປ ແລະ ນິຍາມຄໍາສັບ

ໃນພາກນີ້ ໄດ້ກໍານົດ ຈຸດປະສົງ ແລະ ນິຍາມຄໍາສັບຂອງສັນຍາ RCEP ແລະ ກໍານົດຈຸດມຸ່ງໝາຍໂດຍລວມຂອງສັນຍາ ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດພາກພື້ນ ແລະ ຂອງໂລກຜ່ານການຄ້າ ແລະ ການລົງທຶນ; ສະໜັບສະໜູນການສ້າງວຽກເຮັດງານທໍາ; ສົ່ງເສີມນະວັດຕະກໍາ, ຜະລິດຕະພາບການຜະລິດ ແລະ ຄວາມໄດ້ປຽບໃນການແຂ່ງຂັນ; ແລະ ສົ່ງເສີມຄວາມໂປ່ງໃສ. ໃນນີ້, ໄດ້ຮັບຮູ້ ແລະ ໃຫ້ຄວາມສໍາຄັນກັບລະດັບການພັດທະນາທີ່ແຕກຕ່າງກັນຂອງປະເທດພາຄີທີ່ເຂົ້າຮ່ວມສັນຍາ ໂດຍສະເພາະ ແມ່ນບັນດາປະເທດດ້ອຍພັດທະນາ.  ພ້ອມນັ້ນ, ກໍໄດ້ຢໍ້າຄືນເຖິງ ເນື້ອໃນ ແລະ ຫຼັກການຂອງອົງການການຄ້າໂລກ ເປັນບ່ອນອີງພື້ນຖານ.

ພາກທີ 2: ການຄ້າດ້ານສິນຄ້າ (Trade In Goods)

ໃນພາກການຄ້າດ້ານສິນຄ້ານີ້ ແມ່ນແນໃສ່ ເພື່ອສ້າງພັນທະທີ່ຕິດພັນກັບການຄ້າສິນຄ້າ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງຜ່ານແດນລະຫວ່າງປະເທດສະມາຊິກ RCEP ໂດຍຢໍ້າຄືນເຖິງພັນທະພາຍໃຕ້ ອົງການການຄ້າໂລກ ເຊັ່ນ ການຫຼຸດຜ່ອນອັດຕາພາສີ, ຫຼັກການບໍ່ຈໍາແນກປະຕິບັດ, ການປະຕິບັດແບບພາຍໃນຊາດ, ການລົບລ້າງການອຸດໜູນໃຫ້ແກ່ການສົ່ງອອກສິນຄ້າກະສິກໍາ ແລະ ການບໍ່ເກັບພາສີສິນຄ້າທີ່ນໍາເຂົ້າມາວາງສະແດງ ຫຼື ນໍາເຂົ້າມາຊົ່ວຄາວ.

ພ້ອມນັ້ນ,  ໄດລົບລ້າງ ແລະ ຫຼຸດອັດຕາພາສີ ແລະ ສິ່ງກີດຂວາງທີ່ບໍ່ແມ່ນພາສີສໍາລັບສິນຄ້າອຸດສາຫະກໍາ ຊຶ່ງສ່ວນໃຫຍ່ ແມ່ນຈັດຕັ້ງປະຕິບັດທັນທີ, ເຖິງແມ່ນວ່າ ບາງລາຍການຈະມີກໍານົດເວລາການຫຼຸດຜ່ອນດົນກວ່າ  ອີງຕາມສະພາບຄວາມເຂັ້ມແຂງ ແລະ ຂະໜາດຂອງເສດຖະກິດ, ປະເທດສະມາຊິກ RCEP ທີ່ເປັນປະເທດພັດທະນາແລ້ວ, ແລະ ກໍາລັງພັດທະນາ ຕ້ອງໃຫ້ການໂຍະຍານໃນຮູບແບບການຫຼຸດຜ່ອນອັດຕາພາສີໃຫ້ແກ່ປະເທດ ສະມາຊິກ RCEP ທີ່ເປັນປະເທດດ້ອຍພັດທະນາ. ຕາມຕາຕະລາງການຫຼຸດຜ່ອນອັດຕາພາສີ, ຄາດວ່າ ຈະເຮັດໃຫ້ເພີ່ມການເຂົ້າເຖິງຕະຫຼາດ 2.249 ລ້ານຄົນ ແລະ ຈະສະໜັບສະໜູນວຽກເຮັດງານທໍາທີ່ມີຄຸນະພາບສູງໃນ 15 ປະເທດພາຄີ.

ພ້ອມນັ້ນ, ພາກນີ້ ຍັງກໍານົດການນໍາໃຊ້ມາດຕະການທີ່ບໍ່ແມ່ນພາສີ ເພື່ອຈໍາກັດການນໍາເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ບໍ່ສົມເສດສົມຜົນ ແລະ ບໍ່ສອດຄ່ອງກັບລະບຽບການຂອງສັນຍາຂອງອົງການການຄ້າໂລກ ເຊັ່ນ ການຈໍາກັດທາງດ້ານປະລິມານ,​ ການຂໍອະນຸຍາດນໍາເຂົ້າ, ການນໍາເຂົ້າສິນຄ້າຜ່ານແດນ ແລະ ການກວດຜ່ານສິນຄ້າຜານແດນ ແລະ ການເກັບຄ່າທໍານຽມທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກ ແລະ ຄວາມໂປ່ງໃສໃນການນໍາໃຊ້ມາດຕະການທີ່ບໍ່ແມ່ນພາສີ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າຂອງພາກພື້ນ.

ພາກທີ 3 ລະບຽບແຫຼ່ງກຳເນີດສິນຄ້າ (Rule of Origin)

ລະບຽບແຫຼ່ງກໍາເນີດສິນຄ້ານີ້ ໄດ້ສ້າງລະບົບການຢັ້ງຢືນສິນຄ້າທີ່ຜະລິດພາຍໃນພາກພື້ນ RCEP ຊຶ່ງໄດ້ແບ່ງອອກໄດ້ສອງພາກຊຶ່ງປະກອບມີ: 1) ລະບຽບແຫຼ່ງກໍາເນີດສິນຄ້າ​ (ROO); 2) ລະ​ບຽບ​ຂັ້ນ​ຕອນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ (OCP) ຊຶ່ງໃນນີ້ກໍໄດ້ລວມເອົາມາດຕາທີ່ຕິດພັນສິນຄ້າທີ່ມີແຫຼ່ງກໍາເນີດ ແລະ ສິນຄ້າທີ່ມີການຜະລິດຢ່າງເຕັມສ່ວນ ຫຼື ເອກະສານຄັດຕິດກ່ຽວກັບ ລະບຽບສະເພາະຜະລິດຕະພັນ (PSR). ພ້ອມດຽວກັນນີ້, ກໍໄດ້ມີເງື່ອນໄຂການກໍານົດການດໍາເນີນງານ ແລະ ຂະບວນການຜະລິດຂັ້ນຕໍ່າທີ່ບໍ່ພຽງພໍ ໂດຍນໍາໃຊ້ວັດຖຸດິບທີ່ມີແຫຼ່ງກໍາເນີດນອກອະນາເຂດ RCEP ຢ່າງລະອຽດ ລວມທັງກໍານົດລະບຽບການຂົນສົ່ງໂດຍກົງທີ່ຈະແຈ້ງ ເພື່ອໃຫ້ສິນຄ້າທີ່ມີແຫຼ່ງກໍາເນີດ ບໍ່ໄດ້ເສຍສະຖານະພາບໄປລະຫວ່າງຂົນສົ່ງ.

ໃນຂອບສັນຍາ RCEP ລະບຽບສະເພາະຜະລິດຕະພັນ (PSR) ມີທັງໝົດ 5.205 ລາຍການລະຫັດພາສີຍ່ອຍ (ລະດັບ 06 ຕົວເລກ) ກວມເອົາ 100%. ໃນນັ້ນມີ 97 ໝວດຄື: ໝວດ 01-27 (1.047 ລາຍການ): ຜະລິດຕະພັນກະສິກໍາ ແລະ ແຮ່ທາດ (Agriculture and Mineral Products), 28-40 (998 ລາຍການ): ຜະລິດຕະພັນເຄມີ ແລະ ພລາສຕິກ (Chemical and Plastic Products), 41-71 (1.342 ລາຍການ): ຜະລິດຕະພັນໄມ້, ເຄື່ອງຕັດຫຍິບ ແລະ ເຄື່ອງປະດັບ (Wood, Garments and Textiles, and Jewelry Products), 72-83 (563 ລາຍການ):  ຜະລິດ ຕະພັນໂລຫະ (Base Metal), 84-85 (771 ລາຍການ): ຜະລິດຕະພັນເຄື່ອງຈັກ ແລະ ເຄື່ອງກົນຈັກ (Machinery and Mechanical appliances Products), 86-97 (484 ລາຍການ): ຜະລິດຕະພັນຍານພາຫະນະ (Automotive Products, etc). ນອກຈາກນີ້, ກໍຍັງມີລະບຽບການຜະລິດເຄມີ (Chemical reaction Rule/CPR) ແມ່ນນໍາໃຊ້ກົດ CPR ມີ 78 ລາຍການຂອງຜະລິດຕະພັນເຄມີ ແລະ ພລາສຕິກ ທີ່ນອນໃນລະຫັດພາສີໝວດ: 28-32; 34-35; 37-38 (ຜະລິດຕະພັນເຄມີ), 39-40 (ພລາສຕິກ ແລະ ຢາງ).

ພາກທີ 4 ຂັ້ນຕອນພາສີ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ (CPTF)

ພາກນີ້ ມີຈຸດປະສົງ ແມ່ນເພື່ອສ້າງຄວາມງ່າຍດາຍ ແລະ ຫັນເປັນເອກະພາບທາງດ້ານຂັ້ນຕອນການແຈ້ງເສຍພາສີ ຕາມມາດຕະຖານສາກົນ.  ພ້ອມນັ້ນ, ກໍຍັງໄດ້ອີງໃສ່ສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ (Trade Facilitation Agreement – TFA) ຂອງ ອົງການການຄ້າໂລກ (WTO) ໂດຍສະເພາະ ດ້ານຄວາມໂປ່ງໃສ ເຊັ່ນ ການແຈ້ງພາສີລ່ວງໜ້າ; ລະບຽບແຫຼ່ງກໍາເນີດສິນຄ້າ ແລະ ການປະເມີນມູນຄ່າແຈ້ງເສຍພາສີ ແລະ ຂອບເຂດເວລາສໍາລັບການຢັ້ງຢືນຮັບຮອງລ່ວງໜ້າ; ເວລາສໍາລັບການປ່ອຍສິນຄ້າ (ເປັນໄປໄດ້ ແມ່ນ ພາຍໃນ 48 ຊົ່ວໂມງ ເມື່ອສິນຄ້າມາຮອດ ແລະ ໄດ້ຍື່ນຂໍ້ມູນທີ່ຈໍາເປັນ); ພ້ອມນັ້ນ, ໃນພາກນີ້ ຍັງມີມາດຕະການອໍານວຍຄວາມສະດວກທາງດ້ານການຄ້າທີ່ກ່ຽວຂ້ອງກັບການນໍາເຂົ້າ, ສົ່ງອອກ ຫຼື ການຂົນສົ່ງຜ່ານແດນ (ອີງໃສ່ເນື້ອໃນຂອງສົນທິສັນຍາໂຕກຽວ (Revised Kyoto Convention – RKC) ຂອງອົງການພາສີໂລກ (WCO)) ແລະ ຂັ້ນຕອນສໍາລັບ ຜູ້ປະກອບການ ເອອີໂອ ທີ່ໄດ້ຕາມເງື່ອນໄຂສະເພາະ; ແລະ ແນວທາງການຄຸ້ມຄອງຄວາມສ່ຽງສໍາລັບການຄວບຄຸມວຽກງານພາສີ ແລະ ການກວດສອບພາຍຫຼັງການແຈ້ງເສຍພາສີ. ໂດຍລວມແລ້ວ, ໃນພາກນີ້, ແມ່ນແນໃສ່ ເພື່ອຮັບປະກັນຄວາມໂປ່ງໃສ, ຄວາມສອດຄ່ອງກັນຂອງບັນດາລະບຽບການທາງພາສີ ແລະ ຄວາມສາມາດໃນການຄາດເດົາໄດ້ກ່ຽວກັບວຽກງານການພາສີ ເພື່ອສົ່ງເສີມການບໍລິຫານຂັ້ນຕອນການແຈ້ງພາສີ ແລະ ເຮັດໃຫ້ການແຈ້ງພາສີໄວຂຶ້ນ. ພ້ອມນັ້ນ, ໃນສັນຍາຍັງໄດ້ລະບຸ ຂະບວນການການແຈ້ງພາສີ ສໍາລັບສິນຄ້າເນົ່າເປື່ອຍໄວ ໂດຍກໍານົດຄາດວ່າໃຫ້ຕ້ອງແລ້ວພາຍໃນ ຫົກຊ່ົວໂມງໃນເວລາສິນຄ້າມາຮອດ.

ຖ້າສົມທຽບລະຫວ່າງ CPTF-RCEP ກັບ CPTF ໃນສັນຍາອື່ນ ເຫັນວ່າມີການລົງເລິກໃນລາຍລະອຽດກວ່າ ເຫັນໄດ້ຈາກຈໍານວນຫຼາຍມາດຕາກວ່າ (21 ມາດຕາ) ເນື່ອງມາຈາກບົດຮຽນທີ່ຖອດຖອນໃນການເຈລະຈາການຄ້າໃນຄັ້ງຜ່ານມາ, ການຄັດເລືອກເອົາຈຸດທີ່ດີທີ່ສຸດໃນສັນຍາ ATIGA (ASEAN) ແລະ ສັນຍາ ASEAN+1 ທັງ 05 ສະບັບ ແລະ ເຂົ້າຮ່ວມເປັນພາຄີ ໃນສັນຍາ TFA ຂອງ ສປປ ລາວໃນປີ 2016 ເຮັດໃຫ້ທຸກປະທດທີ່ເຂົ້າຮ່ວມໃນສັນຍານີ້ມີພັນທະຕໍ່ສັນຍາ TFA.

ພາກທີ 5 ດ້ານສຸຂະນາໄມ ພືດ ແລະ ສັດ (Sanitary and Phyto-sanitary: SPS)

ພາກນີ້ແມ່ນຕິດພັນກັບມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ໂດຍສ້າງຂອບວຽກພື້ນຖານເພື່ອພັດທະນາ, ຮັບຮອງ ແລະ ນໍາໃຊ້ມາດຕະການ SPS ເພື່ອຈຸດປະສົງໃນການປົກປ້ອງຊີວິດ ຫຼື ສຸຂະພາບຂອງຄົນ, ສັດ ແລະ ພືດ ພ້ອມທັງ ອໍານວຍຄວາມສະດວກທາງດ້ານການຄ້າ ໂດຍການຈໍາກັດຜົນກະທົບທາງລົບຂອງມາດຕະການ SPS ໃຫ້ມີໜ້ອຍສຸດຕໍ່ກັບການຄ້າ. ໃນຂະນະດຽວກັນ, ບັນດາປະເທດພາຄີ ຢືນຢັນເຖິງສິດ ແລະ ພັນທະຂອງຕົນພາຍໃຕ້ສັນຍາ SPS ຂອງອົງການການຄ້າໂລກ, ບາງບົດບັນຍັດ ໄດ້ຕົກລົງກັນ ເພື່ອປັບປຸງການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ໂດຍໃຫ້ຄວາມສໍາຄັນກັບມາດຕະຖານ, ຄໍາແນະນໍາ ແລະ ຂໍ້ສະເໜີຂອງສາກົນທີ່ກ່ຽວຂ້ອງກັບບັນຫານີ້ ໂດຍສະເພາະ ແມ່ນບັນຫາ ຄວາມເທົ່າທຽມກັນ, ການຮັບຮອງນໍາໃຊ້ຕາມສະພາບເງື່ອນໄຂຂອງພາກພື້ນ, ລວມເຖິງ ເຂດປອດພະຍາດ-ບາດ ຫຼື ເຂດປອດແມງໄມ້, ການວິເຄາະຄວາມສ່ຽງ, ການກວດສອບ, ການຢັ້ງຢືນ, ການກວດກາການນໍາເຂົ້າ ແລະ ມາດຕະການສຸກເສີນ. ພ້ອມນັ້ນ, ໃນພາກນີ້ ຍັງເນັ້ນໜັກໃນບັນຫາຄວາມໂປ່ງໃສ, ການຮ່ວມມື ແລະ ການສ້າງຂີດຄວາມສາມາດ ແລະ ການປຶກສາຫາລືທາງດ້ານວິຊາການ ເພື່ອແກ້ໄຂບັນຫາ   SPS ຕາມຈຸດປະສົງຂອງພາກນີ້. ພ້ອມນັ້ນ, ກໍໄດ້ລະບຸວ່າ ຈະບໍ່ນໍາໃຊ້ກົນໄກການແກ້ໄຂຂໍ້ຂັດແຍ້ງພາຍໃຕ້ສັນຍາ RCEP  ຊຶ່ງຈະໄດ້ມີການທົບທວນຄືນບັນຫານີ້.

ພາກທີ 6 ມາດຕະການສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ (STRACAP)

ໃນພາກ STRACAP ນີ້ ບໍ່ພຽງແຕ່ ເພື່ອປັບປຸງການຈັດຕັ້ງປະຕິບັດສັນຍາ ສິ່ງກີດຂວາງທາງດ້ານເຕັກນິກຕໍ່ກການຄ້າ (TBT) ພາຍໃຕ້ ອົງການການຄ້າໂລກເທົ່ານັ້ນ, ແຕ່ຍັງ ເພື່ອສົ່ງເສີມຄວາມເຂົ້າໃຈຮ່ວມກັນຂອງແຕ່ລະປະເທດພາຄີ ກ່ຽວກັບບັນຫາມາດຕະຖານ, ລະບຽບການທາງດ້ານເຕັກນິກ, ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການແລກປ່ຽນຂໍ້ມູນ ແລະ ການຮ່ວມມືກັນໃນຂົງເຂດວຽກງານນີ້. ຈຸດປະສົງເຫຼົ່ານີ້ ຈະບັນລຸໄດ້ຜ່ານບົດບັນຍັດຄື: (i) ຮັບຮູ້ບົດບາດສໍາຄັນຂອງມາດຕະຖານ, ຄໍາແນະນໍາ ແລະ ຂໍ້ສະເໜີຂອງສາກົນ ທີ່ສາມາດຫຼຸດຜ່ອນອຸປະສັກທາງດ້ານເຕັກນິກທີ່ບໍ່ຈໍາເປັນຕໍ່ກັບການຄ້າ; (ii) ຮັບປະກັນວ່າ ມາດຕະຖານ, ລະບຽບການທາງດ້ານເຕັກນິກ, ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ ແມ່ນສອດຄ່ອງກັນກັບສັນຍາ TBT (iii) ຮັບຮູ້ເຖິງຄວາມສໍາຄັນຂອງການຍອມຮັບຮ່ວມກັນກ່ຽວກັບຜົນຂອງການປະເມີນຄວາມສອດຄ່ອງ; (iv) ສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນຕອນການແຈ້ງການ ຫຼື ຄວາມໂປ່ງໃສ; ແລະ (v)  ຮັບຮູ້ ເຖິງການຮ່ວມມືສອງຝ່າຍ ຫຼື ຫຼາຍຝ່າຍທີ່ເປັນໄປໄດ້ ເພື່ອຜົນປະໂຫຍດຮ່ວມກັນ. ຄ້າຍຄືກັບພາກ SPS, ພາກ  STRACAP ຍັງເນັ້ນໜັກເຖິງຄວາມຕ້ອງການດ້ານການຮ່ວມມື, ການກໍານົດຈຸດປະສານງານ, ແລະ ການປຶກສາສາຫາລືທາງດ້ານເຕັກນິກ ເພື່ອແກ້ໄຂບັນຫາການຈັດຕັ້ງປະຕິບັດ ທີ່ກ່ຽວຂ້ອງກັບຂົງເຂດວຽກງານນີ້. ພ້ອມນັ້ນ, ກໍໄດ້ລະບຸວ່າ ຈະບໍ່ນໍາໃຊ້ກົນໄກການແກ້ໄຂຂໍ້ຂັດແຍ້ງພາຍໃຕ້ສັນຍາ RCEP ແລະ ກໍຈະໄດ້ມີການທົບທວນຄືນບັນຫານີ້ໃນ.

ພາກທີ 7 ການແກ້ໄຂບັນຫາທາງດ້ານການຄ້າ (Trade Remedies)

ພາກການແກ້ໄຂບັນຫາທາງດ້ານການຄ້ານີ້ ປະກອບດ້ວຍສອງໝວດ: (i) ມາດຕະການປົກປ້ອງການອຸດໜູນຈາກປະເທດສົ່ງອອກໃນ RCEP; ແລະ (ii) ການຕ້ານການທຸ່ມຕະຫຼາດ ແລະ ມາດຕະການຕອບໂຕ້.

ໝວດມາດຕະການປົກປ້ອງການອຸດໜູນຈາກປະເທດສົ່ງອອກ ແມ່ນໃຫ້ມີກົນໄກຂ້າມຜ່ານ ເພື່ອແກ້ໄຂບັນຫາຜົນກະທົບຮ້າຍແຮງ ຫຼື ໄພຂົ່ມຂູ່ທີ່ຈະເກີດຜົນກະທົບຮ້າຍແຮງຕໍ່ອຸດສາຫະກໍາພາຍໃນປະເທດ ທີ່ມີສາເຫດເກີດຈາກການປະຕິບັດຕາມພັນທະຫຼຸດອັດຕາພາສີຂອງປະເທດພາຄີໃນສັນຍາ RCEP ໂດຍຂຶ້ນກັບເງື່ອນໄຂ ແລະ ຂໍ້ກໍານົດທີ່ຈະແຈ້ງ, ລວມເຖິງ ການດໍາເນີນການສືບສວນສອບສວນ ພ້ອມທັງ ການແຈ້ງການລ່ວງໜ້າ ແລະ ການແຈ້ງການເຕັມສ່ວນໃຫ້ແກ່ບັນດາປະເທດພາຄີທີ່ກ່ຽວຂ້ອງ ໂດຍໃຫ້ມີໂອກາດໃນການປຶກສາຫາລື. ພ້ອມນັ້ນ, ໝວດຂອງການປົກປ້ອງນີ້ ຍັງຢືນຢັນເຖິງ ສິດ ແລະ ພັນທະຂອງສັນຍາ ການປົກປ້ອງພາຍໃຕ້ອົງການການຄ້າໂລກທີ່ຕິດພັນກັບມາດຕະການປົກປ້ອງທີ່ນໍາໃຊ້ທົ່ວໄປ. ສັນຍາວ່າດ້ວຍມາດຕະການການປົກປ້ອງຊົ່ວຄາວໃນຂອບ RCEP ແຕກຕ່າງກັບສັນຍາໃນຂອບອົງການການຄ້າໂລກ (ອຄລ) ເຊັ່ນ: ໄລຍະຜ່ອນຜັນການນຳໃຊ້ແມ່ນ 8 ປີ (transitional safeguard) ນັບຈາກມື້ເລີ່ມຈັດຕັ້ງປະຕິບັດການຫຼຸດຜ່ອນອັດຕາພາສີຂອງສິນຄ້ານັ້ນ ແຕ່ໃນຂອບສັນຍາ ອຄລ ແມ່ນສາມາດນຳໃຊ້ໄດ້ຕະຫຼອດໄປຈົນກວ່າຄວາມເສຍຫາຍທີ່ມີຕໍ່ອຸດສາຫະກຳພາຍໃນຈະສິ້ນສຸດ ແລະ ຕ້ອງໄດ້ປະຕິບັດຕາມຂັ້ນຕອນຂອງສັນຍາ ອຄລ. ຈຸດທີ່ແຕກຕ່າງຂອງສອງສັນຍາແມ່ນ ໄລຍະຊົດເຊີຍຂອງການນຳໃຊ້ມາດຕະການຕອບໂຕ້ຄືນ (suspension of retaliation) ຊຶ່ງໃນຂອບ RCEP ແມ່ນ 2 ປີ, ແຕ່ໃນຂອບ ອຄລ ແມ່ນ 3 ປີ.

ໃນພາກການຕ້ານການທຸ່ມຕະຫຼາດ ແລະ ມາດຕະການຕອບໂຕ້ ຍັງຢືນຢັນເຖິງ ສິດ ແລະ ພັນທະພາຍໃຕ້ສັນຍາຂອງອົງການການຄ້າໂລກ. ໃນພາກນີ້ຍັງມີເອກະສານຊ້ອນທ້າຍກ່ຽວກັບການປະຕິບັດຕົວຈິງທີ່ກ່ຽວຂ້ອງກັບການດໍາເນີນການໃນການຕ້ານການທຸ່ມຕະຫຼາດ ແລະ ມາດຕະການຕອບໂຕ້ ຊຶ່ງຈັດຕັ້ງປະຕິບັດໂດຍບາງປະເທດພາຄີ ແລະ ແນໃສ່ສົ່ງເສີມຄວາມໂປ່ງໃສ ແລະ ຂັ້ນຕອນທີ່ຖືກຕ້ອງເໝາະສົມໃນການດໍາເນີນການແກ້ໄຂທາງດ້ານການຄ້ານີ້. ໃນຂະນະທີ່ ໝວດການຕ້ານການທຸ່ມຕະຫຼາດ ແລະ ມາດຕະການຕອບໂຕ້ນີ້ ບໍ່ຖືກນໍາໃຊ້ໃນກົນໄກການແກ້ໄຂຂໍ້ຂັດແຍ້ງພາຍໃຕ້ສັນຍາ RCEP; ໃນສັນຍາ RCEP  ມີຂໍ້ຜູກມັດຫຼາຍກວ່າໃນຂອບສັນຍາຂອງ ອຄລ (WTO Plus) ແລະ ມີຂໍ້ຈໍາກັດຫຼາຍຢ່າງ ທີ່ເຮັດໃຫ້ການນໍາໃຊ້ມາດຕະການຕ່າງໆ ຫຍຸ້ງຍາກກວ່າຂອບ ອຄລ ເປັນຕົ້ນແມ່ນການກຳນົດເວລາໃຫ້ຈະແຈ້ງ ແຕ່ໃນຂອບ ອຄລ ບໍ່ໄດ້ກຳນົດ. ນອກຈາກນີ້ ບາງມາດຕາໃນສັນຍາ RCEP ເປັນສັນຍາທີ່ບໍ່ມີຜົນບັງຄັບທາງກົດໝາຍ (Non legal binding) ເຊັ່ນ: ມາດຕາກ່ຽວກັບການໃຫ້ໂອກາດຊີ້ແຈງຕໍ່ບາງຂໍ້ມູນທີ່ບໍ່ຖືກຕ້ອງຄົບຖ້ວນ, ການສະເໜີເພີ່ມລາຄາສົ່ງອອກ ເພື່ອບໍ່ໃຫ້ມີການທຸ້ມຕະຫຼາດ (Price undertaking) ແລະ ພັນທະແຈ້ງການຕໍ່ສາທາລະນະຊົນ ກ່ຽວກັບຂະບວນການທຸ້ມຕະຫຼາດ. ເຖິງຢ່າງໃດກໍຕາມ, ການນໍາໃຊ້ກົນໄກການແກ້ໄຂຂໍ້ຂັດແຍ້ງນີ້ ຈະໄດ້ທົບທວນຄືນໃນອະນາຄົດ.

ພາກທີ 8: ການຄ້າດ້ານການບໍລິການ (Trade In Services)

ພາກການຄ້າດ້ານບໍລິການປະກອບດ້ວຍ 26 ມາດຕາ ເຊິ່ງເນື້ອໃນສ່ວນໃຫຍ່ແມ່ນອີງຕາມສັນຍາທົ່ວໄປວ່າດ້ວຍການຄ້າດ້ານບໍລິການ (GATS) ພາຍໃຕ້ຂອບອົງການການຄ້າໂລກ ແລະ ອີງຕາມພາກການຄ້າດ້ານບໍລິການພາຍໃຕ້ສັນຍາການຄ້າເສລີລະຫວ່າງອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA) ໂດຍມີບາງອົງປະກອບໃໝ່ທີ່ແມ່ນ ໝາກຜົນຂອງການສະເໜີ ແລະ ເຈລະຈາຂອງ 15 ປະເທດສະມາຊິກ ພ້ອມນີ້, ພາກການຄ້າດ້ານບໍລິການຍັງປະກອບດ້ວຍ 3 ເອກະສານຊ້ອນທ້າຍຄື: ເອກະສານຊ້ອນທ້າຍວ່າດ້ວຍການບໍລິການໂທລະຄົມມະນາຄົມ, ການບໍລິການການເງິນ-ທະນາຄານ ແລະ ການບໍລິການວິຊາຊີບ. ຈຸດປະສົງຫຼັກຂອງພາກການຄ້າດ້ານບໍລິການແມ່ນ ເພື່ອວາງຂອບລະບຽບການໃຫ້ປະເທດທີ່ເປັນພາຄີນໍາໃຊ້ ແລະ ເພື່ອລົບລ້າງມາດຕະການຈໍາກັດ ແລະ ຈໍາແນກປະຕິບັດທີ່ສົ່ງຜົນກະທົບຕໍ່ການຄ້າດ້ານການບໍລິການ; ເພື່ອເປີດຕະຫຼາດການຄ້າດ້ານບໍລິການໃຫ້ກັນ; ແລະ ເພື່ອສົ່ງເສີມການຂະຫຍາຍຕົວຂອງການຄ້າດ້ານບໍລິການພາຍໃນພາກພື້ນ RCEP ຊຶ່ງເປີດກວ້າງ ແລະ ລົງເລິກກວ່າ ເຂດການຄ້າເສລີ ອາຊຽນ+1.

ສໍາລັບນິຍາມຂອງຄໍາສັບຕ່າງໆທີ່ໃຊ້ແມ່ນອີງຕາມສັນຍາ GATS ເຊັ່ນດຽວກັນ, ແຕ່ຈຸດໜຶ່ງທີ່ມີຄວາມສໍາຄັນ ກໍຄື ນິຍາມຂອງຜູ້ທີ່ເປັນບຸກຄົນຂອງປະເທດພາຄີ (natural person of a Party) ທີ່ໄດ້ວາງຂອບເຂດຂອງຜູ້ທີ່ຈະໄດ້ຮັບຜົນປະໂຫຍດ ຫຼື ການປະຕິບັດຂອງສັນຍາພາກນີ້. ໃນນີ້, ນິຍາມຂອງຜູ້ທີ່ເປັນບຸກຄົນຂອງປະເທດພາຄີ RCEP (natural person of a Party) ໝາຍເຖິງຜູ້ທີ່ຖືສັນຊາດຂອງປະເທດພາຄີຕາມກົດໝາຍຂອງປະເທດສະມາຊິກ ຫຼື ຜູ້ອາໄສຖາວອນ (permanent resident) ເຊິ່ງໝາຍຄວາມວ່າປະເທດພາຄີຂອງ RCEP ຕ້ອງໃຫ້ການປະຕິບັດຕໍ່ permanent resident ຂອງປະເທດພາຄີອື່ນຄືກັນກັບຜູ້ທີ່ຖືສັນຊາດຂອງປະເທດພາຄີ. ສໍາລັບກໍລະນີນີ້, ສປປ ລາວ ແລະ ບາງປະເທດໄດ້ລະບຸການຍົກເວັ້ນການໃຫ້ສິດດັ່ງກ່າວແກ່ permanent resident ຂອງປະເທດພາຄີ ເຊິ່ງເຮັດໃຫ້ ສປປ ລາວ ສາມາດປະຕິບັດຕໍ່  ຫຼື ວາງມາດຕະການຕໍ່ permanent resident ຂອງປະເທດພາຄີອື່ນຕາມທີ່ຕົນເຫັນວ່າເໝາະສົມ ໂດຍອີງຕາມຫຼັກການຂອງ ອຄລ ທີ່ ສປປ ລາວ ເປັນສະມາຊິກ.

ສໍາລັບພັນທະໃນ ອຄລ, ສປປ ລາວ ກໍຄືສະມາຊິກອື່ນໆ ແມ່ນເມື່ອໃດທີ່ສະມາຊິກໄດ້ມີການຮັບຮອງສະຖານະ permanent resident ໃນປະເທດຂອງຕົນ ເມື່ອນັ້ນສະມາຊິກນັ້ນຕ້ອງໄດ້ໃຫ້ການຮັບຮູ້ເຖິງການມີ permanent resident ຂອງສະມາຊິກອື່ນຄືກັນກັບຜູ້ທີ່ເປັນສັນຊາດຂອງປະເທດພາຄີ. ສໍາລັບ ສປປ ລາວ ໃນປະຈຸບັນຍັງບໍ່ທັນຮັບເອົາສະຖານະ permanent resident ຂອງສະມາຊິກອື່ນ ເຊິ່ງເຫັນໄດ້ຈາກການລະບຸສັນຊາດຂອງຜູ້ມາລົງທຶນ ຫຼື ເຂົ້າມາ ສປປ ລາວ ແມ່ນອີງຕາມໜັງສືເດີນທາງ (passport) ຂອງບຸກຄົນດັ່ງກ່າວ ໂດຍບໍ່ໄດ້ຮັບຮູ້ເຖິງສະຖານະ permanent resident.

ພ້ອມນັ້ນ, ໄດ້ມີການຂະຫຍາຍຂອບເຂດການນໍາໃຊ້ ໃຫ້ພາກບໍລິການກວມເອົາ: ການບໍລິການການບິນພິເສດ, ການບໍາລຸງຮັກສາ ແລະ ສ້ອມແປງເຮືອບິນ, ແລະ ການດໍາເນີນງານຢູ່ສະໜາມບິນ. ໃນນີ້, ໃນຂອບອົງການການຄ້າໂລກເຖິງແມ່ນວ່າໃນຂອບເຂດການນໍາໃຊ້ບໍ່ໄດ້ຂຽນເຈາະຈົງວ່າກວມເອົາຂະແໜງການຍ່ອຍດັ່ງກ່າວແຕ່ປະເທດສະມາຊິກ ກໍສາມາດໃຫ້ພັນທະຜູກພັນການເປີດຕະຫຼາດການຄ້າດ້ານບໍລິການໄດ້ເມື່ອລະບຸໃນຕາຕະລາງພັນທະຜູກພັນ ເຊິ່ງ ສປປ ລາວ ກໍໄດ້ໃຫ້ພັນທະກ່ຽວກັບ ການບໍາລຸງຮັກສາ ແລະ ສ້ອມແປງເຮືອບິນ ໃນຂອບ ອຄລ ແລ້ວ ແລະ ກໍໄດ້ໃຫ້ໃນຂອບ RCEP ເຊັ່ນດຽວກັນ. ສໍາລັບອີກສອງຂະແໜງການເຖິງຈະມີໃນຂອບເຂດການນໍາໃຊ້ແຕ່ ສປປ ລາວ ແມ່ນບໍ່ໄດ້ໃຫ້ພັນທະຜູກພັນໃນການເຂົ້າເຖິງຕະຫຼາດ. ໃນນີ້, ການຂະຫຍາຍຂອບເຂດການນໍາໃຊ້ ໝາຍຄວາມວ່າບາງມາດຕາກ່ຽວກັບຄວາມໂປ່ງໃສ ແລະ ມາດຕາລະບຽບການພາຍໃນ ແມ່ນຈະຖືກນໍາໃຊ້ກັບຂະແໜງການທີ່ໄດ້ຂະຫຍາຍຂອບເຂດກວມເອົາ ແລະ ສໍາລັບ ສປປ ລາວ ແມ່ນບໍ່ໄດ້ມີການຮຽກຮ້ອງໃຫ້ປ່ຽນແປງນິຕິກໍາສະເພາະໃດໆ.

  • ເອກະສານຊ້ອນທ້າຍສັນຍາການຄ້າດ້ານການບໍລິການ: ການບໍລິການດ້ານການເງິນ (Financial Services)

ເອກະສານຊ້ອນທ້າຍສັນຍາກ່ຽວກັບການບໍລິການທາງດ້ານການເງິນ ປະກອບມີ 14 ມາດຕາ ກວມເອົາ 16 ຂະແໜງການຍ່ອຍ   ກໍຄື: ປະກັນໄພ 4 ຂະແໜງການຍ່ອຍ, ທະນາຄານ ແລະ ຫຼັກຊັບ 12 ຂະແໜງການຍ່ອຍ ໂດຍອີງໃສ່ເອກະສານຍ່ອຍການບໍລິການທາງການເງິນທີ່ນອນໃນສັນຍາການຄ້າດ້ານບໍລິການຂອງອາຊຽນ (ATISA).

ຈຸດປະສົງຕົ້ນຕໍ ແມ່ນ ສົ່ງເສີມການເປີດເສລີທາງດ້ານການບໍລິການການເງິນຂອງພາກພື້ນ RCEP ໂດຍຜ່ານການກໍານົດສິດພັນທະ ແລະ ລະບຽບການເປີດເສລີທາງດ້ານການເງິນ, ໃນຂະນະດຽວກັນ, ກໍອະນຸຍາດໃຫ້ຜູ້ຄຸ້ມຄອງທາງດ້ານນະໂຍບາຍເງິນຕາ ສາມາດກໍານົດມາດຕະການ (prudential measures) ເພື່ອຮັກສາສະຖຽນລະພາບຂອງລະບົບການເງິນ-ເງິນຕາໄດ້ ເປັນຕົ້ນການຮຽກໃຫ້ທະນາຄານທຸລະກິດຕ່າງປະເທດເປັນສະມາຊິກຂອງກອງທຶນປົກປ້ອງເງິນຝາກ, ການປະຕິຕາມລະບຽບຄວາມໝັ້ນຄົງທີ່ ທະນາຄານແຫ່ງ ສປປ ລາວ ວາງອອກ ເຊັ່ນ: ອັດຕາຄວາມພຽງພໍຂອງທຶນ (CAR), ຖານະການຖືຄອງເງິນຕາຕ່າງປະເທດ (Net open position) ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ມາດຕະການດັ່ງກ່າວ ບໍ່ໄດ້ອະນຸຍາດໃຫ້ຖືກນຳໃຊ້ໃນລັກສະນະທີ່ປະກອບເປັນເຈດຕະນາຈຳແນກປະຕິບັດທີ່ບໍ່ເປັນທຳ ຫຼື ບໍ່ສົມເຫດສົມຜົນ ລະຫວ່າງບັນດາບັນດາປະເທດພາຄີ ຫຼື ລະຫວ່າງປະເທດພາຄີກັບປະເທດທີ່ບໍ່ແມ່ນຄູ່ພາຄີ, ໃນກໍລະນີທີ່ສະພາບເງື່ອນໄຂຄືກັນ, ຫຼື ສ້າງເປັນຂໍ້ຈໍາກັດທີ່ເຊື່ອງຊ້ອນຕໍ່ກັບການລົງທຶນໃນສະຖາບັນການເງິນ ຫຼື ການລົງທຶນໃນການບໍລິການທາງການເງິນ.

ເນື່ອງຈາກການບໍລິການທາງດ້ານການເງິນ ເປັນພັນທະພາຍໃຕ້ພາກການຄ້າດ້ານການບໍລິການ, ສະນັ້ນ, ຈຶ່ງໄດ້ກໍານົດພັນທະສະເພາະ ເພື່ອຮັບປະກັນຄວາມໂປ່ງໃສຂອງລະບຽບການທາງດ້ານການເງິນ ຊຶ່ງປະເທດພາຄີຕ້ອງໄດ້ ເຜີຍແຜ່ ຫຼື ສ້າງຄວາມສະດວກໃຫ້ແກ່ບຸກຄົນ/ນິຕິບຸກຄົນທີ່ຈະໄດ້ຮັບຜົນກະທົບຈາກກົດໝາຍ ແລະ ລະບຽບການທາງດ້ານການເງິນ (ລວມເຖິງ ຮ່າງລະບຽບການ) ເພື່ອໃຫ້ມີສ່ວນຮ່ວມໃນການປະກອບຄຳເຫັນຕໍ່ກັບຮ່າງກົດໝາຍ ແລະ ລະບຽບການທີ່ຈະສະເໜີສ້າງນັ້ນ. ພ້ອມທັງ, ກໍໃຫ້ໄລຍະເວລາທີ່ເໝາະສົມ ກ່ຽວກັບການເຜີຍແຜ່ ແລະ ມື້ທີ່ຈະມີຜົນບັງຄັບໃຊ້ຂອງແຕ່ລະບຽບການນັ້ນ.

ພ້ອມນ້ັນ, ຍັງໄດ້ກໍານົດວ່າປະເທດເຈົ້າພາບຈະຕ້ອງໃຊ້ຄວາມພະຍາຍາມໃນການອະນຸຍາດໃຫ້ຜູ້ສະໜອງບໍລິການທາງດ້ານການເງິນຂອງປະເທດພາຄີ ສາມາດນໍາໃຫ້ບໍລິການທາງດ້ານການເງິນແບບໃໝ່ ຫຼື New Financial Services (NFS) ຄືກັບທີ່ໃຫ້ອະນຸຍາດແກ່ສະຖາບັນການເງິນຂອງພາຍໃນ ໂດຍອາດຈະມີລະບອບການອອກໃບອະນຸຍາດ ຫຼື ລະບຽບການໃໝ່ ຫຼື ລະບຽບການຍ່ອຍເພີ່ມຕື່ມໃນສ່ວນຂອງ NFS. ເຖິງຢ່າງໃດກໍຕາມ, ພັນທະນີ້ ບໍ່ແມ່ນພັນທະທີ່ເຂັ້ມງວດ ເພາະພາສາທີ່ໃຊ້ ແມ່ນໃຫ້ພະຍາຍາມ. ອີກດ້ານ, ໃນ​ກໍລະນີ​ທີ່ ປະເທດເຈົ້າພາບຮຽກຮ້ອງໃຫ້ສະ​ຖາ​ບັນ​ການ​ເງິນ​ຂອງປະເທດພາຄີ ໃນການເຂົ້າເປັນສະມາຊິກຂອງອົງການ​ອອກ​ລະບຽບຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ ເພື່ອທີ່ຈະສາມາດສະໜອງການບໍລິການທາງດ້ານການເງິນ, ປະເທດເຈົ້າພາບຈະຕ້ອງຮັບປະກັນ​ວ່າ ​ອົງການ​ຄຸ້ມ​ຄອງດ້ວຍ​ຕົນ​ເອງນັ້ນ ປະຕິບັດຕາມຫຼັກການ National Treatment (​ປະຕິບັດເທົ່າທຽມກັບສະຖາບັນການເງິນພາຍໃນ) ​ດັ່ງທີ່ລະບຸໃນມາດຕາ 8.4 ຂອງສັນຍາວ່າດ້ວຍການຄ້າດ້ານການບໍລິການ.

ປະເທດພາຄີ ຍັງໄດ້ໃຫ້ພັນທະໃນການບໍ່ສ້າງມາດຕະການເພື່ອປ້ອງກັນການໂອນ ແລະ ການປະມວນຜົນຂໍ້ມູນທີ່ຈໍາເປັນເພື່ອດໍາເນີນທຸລະກິດບໍລິການທາງດ້ານການເງິນປົກກະຕິທົ່ວໄປພາຍໃນອະນາເຂດຂອງຕົນ; ເຖິງຢ່າງໃດກໍຕາມ, ກໍມີຂໍ້ຍົກເວັ້ນ ເຊັ່ນ (1) ເຫດຜົນສະຖຽນລະພາບທາງດ້ານການເງິນ (prudential reasons) ກໍສາມາດຮຽກຮ້ອງໃຫ້ຜູ້ສະໜອງການບໍລິການທາງດ້ານການເງິນໃນດິນແດນຂອງຕົນຕ້ອງປະຕິບັດຕາມລະບຽບການພາຍໃນທີ່ຕິດພັນກັບການບໍລິຫານຂໍ້ມູນ ແລະ ການເກັບຂໍ້ມູນ ແລະ ລະບົບຮັກສາຂໍ້ມູນ, ພ້ອມທັງການເກັບສຳເນົາຂໍ້ມູນໄວ້ພາຍໃນດິນແດນຂອງຕົນ; (2) ເຫດຜົນການປົກປ້ອງຂໍ້ມູນສ່ວນຕົວ, ຄວາມລັບສ່ວນຕົວ ແລະ ຄວາມລັບຂອງບັນຊີລູກຄ້າລາຍບຸກຄົນ, ໂດຍອີງໃສ່ກົດໝາຍ ແລະ ລະບຽບການ, ກໍສາມາດເດີນການໄດ້ ບົນພື້ນຖານການບໍ່ນໍາໃຊ້ເພື່ອຫຼີກເວັ້ນ ສິດ ແລະ ພັນທະພາຍໃຕ້ສັນຍາ; (3) ພັນທະການບໍ່ສ້າງມາດຕະການເພື່ອປ້ອງກັນການເຄື່ອນຍ້າຍ ແລະ ການປະມວນຜົນຂໍ້ມູນທາງດ້ານການເງິນນີ້  ຕ້ອງປະກອບຂຶ້ນເປັນການຮຽກຮ້ອງໃຫ້ປະເທດພາຄີ ອະນຸຍາດໃຫ້ມີການສະໜອງການບໍລິການຂ້າມແດນ ແລະ ການຊົມໃຊ້ການບໍລິການຢູ່ຕ່າງປະເທດ ຊຶ່ງປະເທດພາຄີບໍ່ໄດ້ໃຫ້ພັນທະໄວ້, ລວມເຖິງ ການອະນຸຍາດໃຫ້ຜູ້ສະໜອງການບໍລິການທາງດ້ານການເງິນຕ່າງປະເທດ  ຄືກັບເປັນຜູ້ສະໜອງຫຼັກ ໂດຍຜ່ານຕົວກາງ ຫຼື ເປັນຕົວກາງ, ເພື່ອສະໜອງໃຫ້ ແລະ ໂອນຂໍ້ມູນ ແລະ ການປະມວນຂໍ້ມູນທາງດ້ານການເງິນ.

  • ເອກະສານຊ້ອນທ້າຍສັນຍາການຄ້າດ້ານການບໍລິການ: ການບໍລິການໂທລະຄົມມະນາຄົມ (Telecommunication)

ການບໍລິການດ້ານໂທລະຄົມມະນາຄົມ ເປັນຂະແໜງໜຶ່ງຂອງພາກການຄ້າດ້ານການບໍລິການ ໂດຍພາຍໃຕ້ຂອບ ຍັງເປັນພຽງແຕ່ລະສະນະເປັນນະໂຍບາຍລວມ ແລະ ແນໃສ່ການຮ່ວມມືເປັນຫຼັກ. ໃນສັນຍາ RCEP ແມ່ນຈະເພີ່ມພັນທະເພີ່ມຕື່ມ ລວມເຖິງ: ແນວທາງໃນການຄຸ້ມຄອງຂະແໜງການ (Approaches to regulation);  ການບໍລິການໂທລະສັບຂ້າມແດນ (International Mobile Roaming); ການເຊື່ອມຕໍ່ເຄືອຂ່າຍ (Interconnection); ການບໍ່ພ່ວງອົງປະກອບພື້ນຖານຂອງເຄືອຂ່າຍ (unbundling of network elements); ການເຂົ້າເຖິງ ເສົາ, ທໍ່ ແລະ ທໍ່ສາຍສົ່ງ (access to poles, ducts and conduits); ແລະ ບໍລິການສາຍກາບທາງທະເລ (International Submarine Cable); ການເຂົ້າເຖິງ ແລະ ການນໍາໃຊ້ (Access and Use), ແລະ ການນໍາໃຊ້ເບີໂທເກົ່າຍ້າຍເຄືອຂ່າຍໃໝ່ (Mobile Number Portability).

ຈຸດປະສົງຕົ້ນຕໍຂອງພາກໂທລະຄົມມະນາຄົມ ແມ່ນເພື່ອສ້າງຂອບວຽກທາງດ້ານລະບຽບການທີ່ຕິດພັນກັບການຄ້າດ້ານການບໍລິການໂທລະຄົມມະນາຄົມ ໂດຍສ້າງພັນທະເພີ່ມຕື່ມດ່ັ່ງທີ່ກ່າວມາຂ້າງເທິງ ເພື່ອຊຸກຍູ້ການຮ່ວມມືທີ່ກວ້າງຂວາງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງລ່າງພື້ນຖານທາງດ້ານ ICT ຊຶ່ງສະໜັບສະໜູນ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າດ້ານການບໍລິການຂອງບັນດາປະເທດໃນພາກພື້ນ.

  • ເອກະສານຊ້ອນທ້າຍສັນຍາການຄ້າດ້ານການບໍລິການ: ການບໍລິການວິຊາຊີບ (Professional Services)

ເອກະສານຊ້ອນທ້າຍວ່າດ້ວຍ ການບໍລິການວິຊາຊີບ ເປັນພັນທະແບບບໍ່ບັງຄັບ ເພາະຄໍາສັບທາງກົດໝາຍທີ່ນໍາໃຊ້ແມ່ນມີລັກສະນະຂອງການໃຫ້ລັດຖະບານຊຸກຍູ້ ພາກສະຖາບັນ/ອົງກອນຂອງທຸລະກິດຂອງພາຄີທີ່ມີຄວາມສົນໃຈໃນການຮ່ວມມື ຫຼື ໃຫ້ຂໍ້ມູນ ທີ່ຕິດພັນກັບການບໍລິການວິຊາຊີບໃຫ້ແກ່ກັນ ແລະ ກັນ ທີ່ກ່ຽວກັບກັບການຮັບຮູ້ຄຸນວຸດທິການສຶກສາ, ການອອກໃບອະນຸຍາດ ຫຼື ການຈົດທະບຽນຕ່າງໆ ທີ່ກ່ຽວຂ້ອງ ໂດຍອີງຕາມຄວາມສົນໃຈ ແລະ ເຫັນດີຂອງທັງສອງຝ່າຍ. ໃນສັນຍາທົ່ວໄປວ່າດ້ວຍການຄ້າດ້ານບໍລິການ (GATS) ພາຍໃຕ້ຂອບອົງການການຄ້າໂລກກໍໄດ້ມີການກໍານົດຫຼັກການກ່ຽວກັບການບໍລິການວິຊາຊີບ ແຕ່ບໍ່ໄດ້ແຍກອອກມາເປັນເອກະສານຊ້ອນທ້າຍຄືປະຕິບັດໃນຂອບ RCEP. ເຖິງຢ່າງໃດກໍຕາມ, ຈຸດປະສົງຫຼັກຂອງເອກະສານຊ້ອນທ້າຍດັ່ງກ່າວ ແມ່ນເພື່ອສົ່ງເສີມໃຫ້ມີການຮ່ວມມືລະຫວ່າງພາກສະຖາບັນ/ອົງກອນຂອງທຸລະກິດຂອງພາຄີ ທີ່ມີຄວາມສົນໃຈຮ່ວມມື ຫຼື ແລກປ່ຽນຂໍ້ມູນ ທັງພັດທະນາມາດຖານ ແລະ ເງື່ອນໄຂ ຮ່ວມກັບພາກສະຖານບັນຂອງພາຄີອື່ນ ໂດຍລັດຖະບານໃຫ້ການຊຸກຍູ້ດ້ວຍວິທີການທີ່ລັດຖະບານຂອງຕົນສາມາດປະຕິບັດໄດ້ ຫຼື ເຫັນຕາມເໝາະສົມ.

ພ້ອມນີ້, ເອກະສານຊ້ອນທ້າຍດັ່ງກ່າວໄດ້ລະບຸໃຫ້ພາຄີຊຸກຍູ້ອົງກອນທີ່ກ່ຽວຂ້ອງພິຈາລະນາກ່ຽວກັບການພັດທະນາສັນຍາການຮັບຮູ້ເຊິ່ງກັນ ແລະ ກັນ ດ້ານຄຸນວຸດທິການສຶກສາ, ການອອກໃບອະນຸຍາດ ແລະ ການຈົດທະບຽນທີ່ກ່ຽວຂ້ອງກັບການບໍລິການວິຊາຊີບ ທັງຊຸກຍຸ້ໃຫ້ມີການອ້າງອີງເຖິງຂອບວຽກສາກົນ ໂດຍອີງຕາມຄວາມເໝາະສົມໃນການພັດທະນາມາດຖານ ແລະ ເງື່ອນໄຂສໍາລັບຜູ້ໃຫ້ບໍລິການວິຊາຊີບຂະແໜງຕ່າງໆ. ການອໍານວຍຄວາມສະດວກໃນວຽກງານດັ່ງກ່າວໂດຍໃຫ້ການຊຸກຍູ້ພາກສະຖາບັນ/ອົງກອນທີ່ກ່ຽວຂ້ອງຜ່ານການພັດທະນາມາດຖານ ແລະ ເງື່ອນໄຂວິຊາຊີບທີ່ນໍາໃຊ້ຮ່ວມກັນໃນຂົງເຂດທີ່ພາຄີສົນໃຈ ເຊິ່ງອາດລວມເຖິງ ການສຶກສາ, ການສອບເສັງ, ປະສົບການ, ຈັນຍາບັນ, ການພັດທະນາວິຊາຊີບ ແລະ ການອອກໃບຢັ້ງຢືນ, ຂອບເຂດຂອງການປະຕິບັດວຽກງານ, ຄວາມຮູ້ທ້ອງຖິ່ນ ແລະ ການປົກປ້ອງຜູ້ຊົມໃຊ້.

ພາກທີ 9 ການເຄື່ອນຍ້າຍແຮງງານແບບຊົ່ວຄາວ (Temporary Movement of Natural Persons)

ພາກການເຄື່ອນຍ້າຍແຮງງານແບບຊົ່ວຄາວ ປະກອບດ້ວຍ 09 ມາດຕາ ເຊິ່ງເນື້ອໃນສ່ວນໃຫຍ່ແມ່ນອີງຕາມສັນຍາການເຄື່ອນຍ້າຍແຮງງານແບບຊົ່ວຄາວຂອງອາຊຽນ ແລະ ສັນຍາການຄ້າເສລີລະຫວ່າງອາຊຽນ-ອົດສະຕາລີ-ນິວຊີແລນ ໂດຍມີບາງອົງປະກອບໃໝ່ ລວມທັງ ມາດຕາ 2: ຄູ່ສົມລົດ ແລະ ຜູ້ຕິດຕາມ  ແລະ ມາດຕາ 6: ການພິຈາລະນາຄໍາຮ້ອງການຂໍເຂົ້າເມືອງ ທີ່ແມ່ນໝາກຜົນຂອງການສະເໜີ ແລະ ເຈລະຈາ ຂອງ 16 ປະເທດສະມາຊິກ (ໂດຍສະເພາະອິນເດຍ ແລະ ຈີນ). ພາກນີ້ນໍາໃຊ້ສະເພາະເພື່ອການເຄື່ອນຍ້າຍແຮງງານແບບຊົ່ວຄາວເທົ່ານັ້ນ ໂດຍບໍ່ໄດ້ກວມເອົາແຮງງານທີ່ຊອກເຮັດວຽກແບບຖາວອນ ຫຼື ການຂໍສັນຊາດ, ການເປັນພົນລະເມືອງຂອງພາຄີ. ຈຸດປະສົງຫຼັກຂອງພາກນີ້ ແມ່ນເພື່ອສົ່ງເສີມການເຄື່ອນຍ້າຍແຮງງານແບບຊົ່ວຄາວ ຂອງປະເທດພາຄີ ຜ່ານຕາຕະລາງການເປີດຕະຫຼາດກ່ຽວກັບການເຄື່ອນຍ້າຍແຮງງານແບບຊົ່ວຄາວຂອງແຕ່ລະພາຄີ ທີ່ໄດ້ລະບຸກຸ່ມແຮງງານຊົ່ວຄາວ, ເງື່ອນໄຂ ແລະ ຂໍ້ກໍານົດທີ່ໄດ້ໃຫ້ການເປີດ ເຊິ່່ງໃນກໍລະນີ ຂອງ ສປປ ລາວ ແມ່ນອີງຕາມການເປີດໃນຂອບອົງການການຄ້າໂລກ. ພ້ອມນີ້, ພາກດັ່ງກ່າວຍັງເປັນການອໍານວຍຄວາມສະດວກໃຫ້ພາກທຸລະກິດທີ່ຈະລົງທຶນໃນພາຄີ RCEP ດ້ວຍກັນໃຫ້ສາມາດນໍາເອົາແຮງງານທີ່ມີສີມືມາຊ່ວຍດໍາເນີນທຸລະກິດຂອງຕົນໄດ້ ເຊິ່ງຈະຊ່ວຍສົ່ງເສີມການລົງທຶນໂດຍທາງອ້ອມ.

ໂດຍສ່ວນໃຫຍ່ບັນດາປະເທດແມ່ນໄດ້ມີການເປີດການເຄື່ອນຍ້າຍແຮງງານແບບຊົ່ວຄາວໃຫ້ແກ່: ຜູ້​ຢ້ຽມຢາມ​ດ້ານ​ທຸລະ​ກິດ ແລະ ພະນັກງານ​ທີ່​ຍົກ​ຍ້າຍ​ພາຍ​ໃນ​ກຸ່ມ​ບໍລິສັດ (ຜູ້ບໍລິຫານ, ຜູ້ຈັດການ ແລະ ຜູ້ຊ່ຽວຊານ) ເຊິ່ງ ສປປ ລາວ ກໍໄດ້ລະບຸ ແຕ່ 2 ປະເພດກຸ່ມແຮງງານນີ້ ຄືກັນກັບທີ່ໄດ້ເປີດໃນຂອບ ອຄລ ແລະ ຈໍາກັດເພດານການອະນຸຍາດແຮງງານຕ່າງປະເທດທີ່ເປັນແຮງງານທີ່ມີສີມືໃຫ້ມາໄດ້ສູງສຸດບໍ່ກາຍ 20% ຂອງແຮງງານທັງໝົດ ເຊິ່ງອີງຕາມກົດໝາຍວ່າດ້ວຍແຮງງານສະບັບເກົ່າຂອງ ສປປ ລາວ (ປະຈຸບັນກົດໝາຍວ່າດ້ວຍແຮງງານສະບັບຫຼ້າສຸດແມ່ນອະນຸຍາດສູງສຸດຮອດ 25% ຂອງແຮງງານທັງໝົດ). ໃນນີ້, ບາງປະເທດແມ່ນໄດ້ລະບຸແຮງງານແບບຊົ່ວຄາວປະເພດອື່ນໆ ເຊັ່ນ: ແຮງງານທີ່ວ່າຈ້າງໂດຍການເຮັດສັນຍາ, ຜູ້ຕິດຕັ້ງ ແລະ ຄູ່ສົມລົດ ແລະ ຜູ້ຕິດຕາມ ຂອງແຮງງານເຫຼົ່ານັ້ນ. ເຖິງຈະມີການເປີດຕະຫຼາດທີ່ພາຄີໄດ້ລະບຸໃນຕາຕະລາງ ແຕ່ລັດຖະບານຂອງແຕ່ລະປະເທດແມ່ນຍັງສາມາດວາງມາດຕະການຕ່າງໆກ່ຽວກັບການເຂົ້າ-ອອກ ກໍຄື ວີຊ່າ ແລະ ການອາໄສຢູ່ຂອງແຮງງານແບບຊົ່ວຄາວ.

ສປປ ລາວ ແລະ ບາງປະເທດໄດ້ລະບຸການຮັກສາສິດກ່ຽວກັບການວາງມາດຕະການຕໍ່ ຜູ້ອາໄສຖາວອນ (permanent resident) ຂອງປະເທດພາຄີອື່ນຕາມທີ່ຕົນເຫັນວ່າເໝາະສົມ ແຕ່ກໍໃຫ້ອີງຕາມຫຼັກການຂອງ ອຄລ ທີ່ ສປປ ລາວ ເປັນສະມາຊິກ. ສໍາລັບ ຄູ່ສົມລົດ ແລະ ຜູ້ຕິດຕາມ ແມ່ນ ສປປ ລາວ ບໍ່ໄດ້ໃຫ້ພັນທະໃດໆ ໃນຂອບ RCEP ແຕ່ໃນພາກປະຕິບັດຕົວຈິງຕາມລະບຽບການຂອງ ສປປ ລາວ ແມ່ນໄດ້ມີການອອກວີຊາໃຫ້ຄູ່ສົມລົດ ແລະ ຜູ້ຕິດຕາມ ຂອງແຮງງານແບບຊົ່ວຄາວໂດຍກໍານົດເວລາຂອງວີຊ່າແມ່ນສາມາດຂໍໄດ້ຕາມໄລຍະເວລາທີ່ແຮງງານແບບຊົ່ວຄາວດັ່ງກ່າວໄດ້ຮັບ. ສໍາລັບຫຼັກການກ່ຽວກັບຄວາມໂປ່ງໃສ ກໍຄ້າຍຄືກັນກັບພາກອື່ນໆ ທີ່ໃຫ້ເຜີຍແຜ່ກ່ຽວກັບລະບຽບການ ແລະ ມາດຕະການທີ່ຕິດພັນກັບການອອກວີຊາ, ການອະນຸຍາດ ຫຼື ເອກະສານຕ່າງໆ ທີ່ຕິດພັນກັບການເຄື່ອນຍ້າຍແຮງງານແບບຊົ່ວຄາວ ແລະ ໃຫ້ມີກົນໄກຕອບຕໍ່ຄໍາຖາມຂອງຜູ້ທີ່ສົນໃຈກ່ຽວກັບກົດໝາຍ ແລະ ລະບຽບການທີ່ມີຜົນກະທົບຕໍ່ການເຄື່ອນຍ້າຍແຮງງານແບບຊົ່ວຄາວ ເຊິ່ງປະຈຸບັນ ກົມກົງສູນ, ກະຊວງການຕ່າງປະເທດກໍໄດ້ມີການຈັດຕັ້ງປະຕິບັດຢູ່. ພາກນີ້ກໍມີມາດຕາສະເພາະກ່ຽວກັບການຮ່ວມມື ໂດຍບໍ່ໄດ້ເປັນພັນທະທີ່ຕ້ອງໄດ້ປະຕິບັດ ແຕ່ຖ້າພາຄີມີຄວາມສົນໃຈຢາກອໍານວຍຄວາມສະດວກໃຫ້ແກ່ກັນຕື່ມໃນຂົງເຂດໃດໜຶ່ງທີ່ຕິດພັນກັບການເຄື່ອນຍ້າຍແຮງງານແບບຊົ່ວຄາວແມ່ນສາມາດແລກປ່ຽນບົດຮຽນ ແລະ ຮ່ວມມືນໍາກັນໄດ້.

ພາກທີ 10 ການລົງທຶນ (Investment)

ສັນຍາການລົງທຶນໃນ RCEP ນີ້ ມີເປົ້າໝາຍແນໃສ່ ເພື່ອເຮັດໃຫ້ສະພາບແວດລ້ອມໃນການລົງທຶນເປີດກວ້າງ, ອໍານວຍຄວາມສະດວກ ແລະ ມີການແຂ່ງຂັນໃນພາກພື້ນ ໂດຍການເຈລະຈາສັນຍາການລົງທຶນ ແມ່ນກວມເອົາ ສີ່ເສົາຄໍ້າ ຄື: ການສົ່ງເສີມ (promotion), ການປົກປ້ອງ (protection), ການອໍານວຍຄວາມສະດວກ (facilitation) ແລະ ການເປີດກວ້າງ (liberalization) ໃນຂົງເຂດລົງທຶນ. ສັນຍາດັ່ງກ່າວ ໄດ້ກໍານົດລະບຽບການດ້ານນະໂຍບາຍການສົ່ງເສີມ ແລະ ການປົກປ້ອງການລົງທຶນແບບບໍ່ຈໍາແນກປະຕິບັດທີ່ຮັບປະກັນລະບຽບພື້ນຖານຂອງການປົກປ້ອງ; ໃນຂະນະດຽວກັນ, ໃນສັນຍາກໍປົກປ້ອງລັດຖະບານ ຫຼື ໃຫ້ສິດລັດຖະບານໃນການບັນລຸວັດຖຸປະສົງທາງດ້ານນະໂຍບາຍສາທາລະນະທີ່ຊອບທໍາ. ໃນດ້ານການອໍານວຍຄວາມສະດວກ ແລະ ການເປີດກວ້າງ ແມ່ນແນໃສ່ດ້ານຄວາມໂປ່ງໃສຂອງຂັ້ນຕອນອະນຸມັດການລົງທຶນ.

ໂດຍອີງໃສ່ ການປົກປ້ອງພື້ນຖານທີ່ມີໃນສັນຍາການລົງທຶນທີ່ກ່ຽວຂ້ອງອື່ນໆ, ສັນຍາການລົງທຶນໃນ RCEP ໄດ້ກໍານົດບັນຫາການປະຕິບັດແບບພາຍໃນຊາດ; ການປະຕິບັດແບບຊາດທີ່ໄດ້ຮັບອະນຸເຄາະຍິ່ງ; “ມາດຕະຖານ ຕໍ່າສຸດຂອງການປະຕິບັດ” ສໍາລັບການລົງທຶນອີງຕາມຫຼັກການຂອງກົດໝາຍສາກົນ; ຫ້າມການຢຶດຊັບສິນຂອງນັກລົງທຶນມາເປັນຂອງຊາດ ເພື່ອຈຸດປະສົງສ່ວນລວມ ໂດຍປາດສະຈາກ ຂັ້ນຕອນທີ່ເໝາະສົມ ຫຼື ປາດສະຈາກການທົດແທນຄວາມເສຍຫາຍ; ການໂອນເງິນທຶນທີ່ກ່ຽວກັບການລົງທຶນຢ່າງເສລີ ຊຶ່ງຂຶ້ນກັບຂໍ້ຍົກເວັ້ນ ເຊັ່ນ ການຄວບຄຸມເງິນທຶນໄຫຼອອກ, ວິກິດການດຸນຊໍາລະສະສາງລະຫວ່າງປະເທດ ແລະ ວິກິດການທາງດ້ານເສດຖະກິດ; ການຫ້າມ “ກຳນົດເງື່ອນໄຂຮຽກຮ້ອງໃນການລົງທຶນ” ຂອງຜູ້ລົງທຶນ ເຊັ່ນ ຮຽກຮ້ອງໃຫ້ນໍາໃຊ້ວັດຖຸດິບ ຫຼື ສ່ວນປະກອບຈາກພາຍໃນປະເທດ ຫຼື ຮຽກຮ້ອງໃຫ້ຖ່າຍທອດເຕັກໂນໂລຊີມາຍັງປະເທດເຈົ້າພາບ (ສປປ ລາວ ເປັນປະເທດດ້ອຍພັດທະນາ ບໍ່ໄດ້ຮັບພັນທະນີ້).

ໃນສັນຍາການລົງທຶນ ຍັງໄດ້ກໍານົດຜູ້ໄກ່ເກ່ຍສາກົນທີ່ໂປ່ງໃສ ແລະ ເປັນກາງໃນການແກ້ໄຂຂໍ້ຂັດແຍ້ງດ້ານການລົງທຶນ ໂດຍມີການປ້ອງກັນຢ່າງເຂັ້ມແຂງຕໍ່ກັບການຮຽກຮ້ອງແບບເອົາຮັດເອົາປຽບ ແລະ ບໍ່ສົມເຫດສົມຜົນ ແລະ ຮັບປະກັນສິດຂອງລັດຖະບານໃນການຄຸ້ມຄອງຮັກສາຜົນປະໂຫຍດຂອງສາທາລະນະ, ລວມທັງ ບັນຫາສຸຂະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ. ເຖິງຢ່າງໃດກໍຕາມ, ການໃຫ້ສິດຂອງນັກລົງທຶນ ສາມາດຮ້ອງຟ້ອງລັດຖະບານເຈົ້າພາບ ອີງຕາມສົນທິສັນຍາວ່າດ້ວຍຂະບວນການແກ້ໄຂຂໍ້ຂັດແຍ່ງຂອງສາກົນນັ້ນ ແມ່ນເຮັດເປັນແຜນວຽກ ເພື່ອເຈລະຈາໃນອະນາຄົດເມື່ອສັນຍາ RCEP ມີຜົນບັງຄັບໃຊ້.

ສໍາລັບ ສປປ ລາວ ໃນນາມສະຖານະພາບເປັນປະເທດດ້ອຍພັດທະນາ ແມ່ນໄດ້ຮັບການຍົກເວັ້ນການປະຕິບັດພັນທະ ຫຼື ການປະຕິບັດພັນທະແບບພິເສດ ໂດຍໄດ້ຮັບການຕົກລົງເຫັນດີກາກກອງປະຊຸມລັດຖະມົນຕີຄູ່ຮ່ວມເສດຖະກິດຮອບດ້ານລະດັບພາກພື້ນ ຄັ້ງທີ 2 ທີ່ໄດ້ຕົກລົງໃຫ້ການໂຍະຍານເພີ່ມຕື່ມ (additional Flexibility) ໂດຍບໍ່ມີຂໍ້ຜູກພັນໃດໆໃນການປະຕິບັດພັນທະແກ່ປະເທດດ້ອຍພັດທະນາ. ນອກຈາກນີ້, ໃນສັນຍາ RCEP ກໍບໍ່ໄດ້ກໍານົດໄລຍະຜ່ອນຜັນ ສຳລັບການຈັດຕັ້ງປະຕິບັດພັນທະສັນຍາຕໍ່ປະເທດດ້ອຍພັດທະນາ, ໝາຍຄວາມວ່າ ສປປ ລາວ ເເມ່ນໄດ້ຮັບການຍົກເວັ້ນໃນກໍລະນີການປະຕິບັດພັນທະການປະຕິບັດແບບເທົ່າທຽມກັນ (MFN), ການໃຫ້ພັນທະໃນອະນາຄົດໂດຍອີງໃສ່ນິຕິກຳທີ່ມີຢູ່ (Ratchet)[1]  ແລະ ການຫ້າມກຳນົດເງື່ອນໄຂຮຽກຮ້ອງໃນການລົງທຶນ (Prohibition on Performance Requirements: PPR) ຊຶ່ງລັດຖະບານສາມາດກໍານົດເງື່ອນໄຂດ້ານການລົງທຶນໄດ້ໄລຍະທີ່ເປັນປະເທດດ້ອຍພັດທະນາ.

ສັນຍາການລົງທຶນໃນ RCEP ໄດ້ກໍານົດໃຫ້ນໍາໃຊ້ບັນຊີສະຫງວນ ຫຼື ຮູບແບບ “negative-list” ເປັນພື້ນຖານ ໝາຍຄວາມວ່າ ຕະຫຼາດຈະເປີດກວ້າງຢ່າງເຕັມທີ່ໃຫ້ກັບການລົງທຶນຈາກຕ່າງປະເທດ ລວມເຖິງ ພາກການບໍລິການໃນຮູບແບບທີ 3 (mode 3), ຍົກເວັ້ນ ຂະແໜງການທີ່ນອນໃນບັນຊີສະຫງວນໃນເອກະສານຊ້ອນທ້າຍສອງສະບັບຄື: (1) ບັນດາມາດຕະການໃນປະຈຸບັນ ຊຶ່ງບໍ່ສ້າງມາດຕະການທີ່ຈໍາກັດຫຼາຍຂຶ້ນໃນອະນາຄົດ ແລະ ຜູກມັດເພື່ອເປີດເສລີໃນອະນາຄົດ (Rachet); ແລະ (2) ບັນດາມາດຕະການ ແລະ ນະໂຍບາຍ ຮັກສາໄວ້ຕາມລໍາພັງໃຈຢ່າງເຕັມທີ່ໃນອະນາຄົດ (Policy space).​

ພາກທີ 11 ຊັບສິນທາງປັນຍາທີ່ຕິດພັນກັບການຄ້າ (Intellectual Property)

ພາກນີ້ ແມ່ນໄດ້ກໍານົດແນວທາງທີ່ດຸ່ນດ່ຽງ ແລະ ມີສ່ວນຮ່ວມໃນດ້ານການປົກປ້ອງຊັບສິນທາງປັນຍາ ແລະ ການບັງຄັບໃຊ້ລະບຽບການຊັບສິນທາງປັນຍາໃນພາກພື້ນ. ເນື້ອໃນສໍາຄັນ ຂອງພາກສັນຍາຊັບສິນທາງປັນຍາທີ່ຕິດພັນກັບການຄ້າ ແມ່ນອີງໃສ່ ສັນຍາຂອງອົງການການຄ້າໂລກ (ອຄລ) ເປັນພື້ນຖານ  ໂດຍຈະມີລະດັບການປົກປ້ອງທີ່ເໜືອກວ່າສັນຍາຂອງ ອຄລ ຊຶ່ງລວມເຖິງ ບົດບັນຍັດທີ່ກ່ຽວຂ້ອງກັບ ມາດຕະການປົກປ້ອງເຕັກໂນໂລຊີ ແລະ ການບັງຄັບໃຊ້ສັນຍາໃນສະພາບແວດລ້ອມດີຈີຕອນ, ພ້ອມທັງ ການທໍາລາຍສິນຄ້າປອມແປງ ແລະ ຮຽນແບບ. ເພື່ອເອື້ອອໍານວຍຜົນປະໂຫຍດໃຫ້ມີຖືສິດຊັບສິນທາງປັນຍາ, ພາກນີ້ ຍັງລວມເອົາ ບົດບັນຍັດ ເພື່ອປັບປຸງ ແລະ ເຮັດໃຫ້ຂັ້ນຕອນ ເພື່ອສ້າງຕ້ັງການໃຫ້ສິດຊັບສິນທາງປັນຍາສະເພາະ ເຊັ່ນ ການຍື່ນຄໍາຮ້ອງຜ່ານທາງເອເລັກໂຕຣນິກ ແລະ ການເຮັດໃຫ້ຂໍ້ມູນແນະນໍາທີ່ກ່ຽວຂ້ອງມີໄວ້ທາງອອນລາຍ. ພ້ອມນັ້ນ, ກໍຍັງໄດ້ລະບຸບັນຫາ ເຊັ່ນ ການປົກປ້ອງພັນພືດໃໝ່, ຊັບສິນທີ່ເປັນພູມປັນຍາທ້ອງຖິ່ນ ເພີ່ມຕື່ມໃນສັນຍາ.

ພາກທີ 12 ການຄ້າທາງດ້ານເອເລັກໂຕຣນິກ (E-Commerce)

ພາກການຄ້າທາງດ້ານເອເລັກໂຕຣນິກ ແມ່ນບັນຫາໃໝ່ທີ່ເພີ່ມເຂົ້າມາໃນສັນຍາເຂດການຄ້າເສລີລະຫວ່າງອາຊຽນ ກັບ ຄູ່ເຈລະຈາ. ໃນພາກນີ້ ໄດ້ເນັ້ນໜັກດ້ານການຮ່ວມມື ແລະ ສົ່ງເສີມການຄ້າຜ່ານທາງເອເລັກໂຕຣນິກລະຫວ່າງປະເທດພາຄີ.

ເນື້ອໃນສໍາຄັນຂອງສັນຍາ ແມ່ນຊຸກຍູ້ໃຫ້ບັນດາປະເທດພາຄີຂອງສັນຍາ RCEP ປັບປຸງຂັ້ນຕອນບໍລິຫານ ແລະ ຂັ້ນຕອນການຄ້າ ໂດຍການນໍາໃຊ້ສື່ກາງເອເລັກໂຕຣນິກ ໂດຍຮຽກຮ້ອງໃຫ້ບັນດາປະເທດພາຄີ ຮັບຮອງ ຫຼື ຮັກສາໄວ້ຂອບວຽກທາງດ້ານນິຕິກໍາ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາການຄ້າທາງເອເລັກໂຕຣນິກ ລວມທັງ ການປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້ ອີ-ຄອມເມີສ, ແລະ ການປົກປ້ອງຜູ້ຊົມໃຊ້ ອີ-ຄອມເມີສ(online consumer protection)ເຊັ່ນກັນ. ພ້ອມນັ້ນ, ເນື້ອໃນຂອງພາກນີ້ ຍັງລະບຸເຖິງບັນຫາທີ່ກ່ຽວຂ້ອງກັບ  ຂໍ້ມູນ ໂດຍໄດ້ລະບຸເຖິງການກໍານົດ ສະຖານທີ່ຕ້ັງຂອງສິ່ງອໍານວຍຄວາມສະດວກໃນປະມວນຜົນທາງຄອມພິວເຕີ ຫຼື ຖານຂໍ້ມູນຂອງພາກເອກະຊົນ (location of computing facilities) ແລະ ການໂອນຂໍ້ມູນລະຫວ່າງປະເທດ. ບັນດາປະເທດພາຄີຂອງສັນຍາ RCEP ຍັງຕົກລົງໃນການບໍ່ເກັບພາສີສໍາລັບການຄ້າຜ່ານທາງເອເລັກໂຕຣນິກ ໂດຍອີງໃສ່ການຕັດສິນຂອງລັດຖະມົນຕີ ອົງການການຄ້າໂລກ. ທຸກບັນຫາກ່ຽວກັບການຕີຄວາມໝາຍ ຫຼື ການນໍາໃຊ້ບົດບັນຍັດໃນພາກນີ້, ປະເທດພາຄີ ຕ້ອງປຶກສາຫາລືກັນກ່ອນດ້ວຍຄວາມບໍລິສຸດໃຈ ເພື່ອບັນລຸຂໍ້ຕົກລົງແກ້ໄຂຮ່ວມກັນ. ພ້ອມນັ້ນ, ໃນພາກນີ້ ບໍ່ສາມາດນໍາໃຊ້ກົນໄກການແກ້ໄຂຂໍ້ຂັດແຍ້ງໄດ້ ໂດຍການທົບທວນຄືນໃນອະນາຄົດ ຈະທົບທວນກ່ຽວກັບບັນຫາການນໍາໃຊ້ກົນໄກດັ່ງກ່າວ.

ພາກທີ 13  ການແຂ່ງຂັນທຸລະກິດ

ຈຸດປະສົງຂອງພາກການແຂ່ງຂັນທຸລະກິດນີ້ ແມ່ນເພື່ອສົ່ງເສີມການແຂ່ງຂັນໃນຕະຫຼາດ ແລະ ສົ່ງເສີມປະສິດທິພາບທາງດ້ານເສດຖະກິດ ແລະ ສະຫວັດດີການຂອງຜູ້ຊົມໃຊ້. ພາກນີ້ ລວມມີພັນທະສໍາລັບປະເທດພາຄີ ເພື່ອຮັບຮອງ ຫຼື ຮັກສາໄວ້ກົດໝາຍ ແລະ ລະບຽບການຕ່າງໆ ກ່ຽວກັບການແຂ່ງຂັນທຸລະກິດທີ່ຫ້າມ ກິດຈະກໍາທີ່ຕ້ານກັບການແຂ່ງຂັນ ແລະ ເພື່ອສ້າງ ແລະ ຮັກສາໜ່ວຍງານຄຸ້ມຄອງ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດຂອງຕົນ, ໃນຂະນະດຽວກັນ ກໍຮັບຮູ້ເຖິງສິດອະທິປະໄຕຂອງແຕ່ລະປະເທດພາຄີ ເພື່ອພັດທະນາ ແລະ ປັບປຸງກົດໝາຍ ແລະ ນະໂຍບາຍກ່ຽວກັບການແຂ່ງຂັນທາງທຸລະກິດຂອງຕົນ ແລະ ອະນຸຍາດໃຫ້ມີການຍົກເວັ້ນ ບົນພື້ນຖານນະໂຍບາຍ ຫຼື ຜົນປະໂຫຍດຂອງສາທາລະນະ. ພ້ອມນັ້ນ, ພາກນີ້ ຍັງລວມມີ ບົດບັນຍັດກ່ຽວກັບການແລກປ່ຽນຂໍ້ມູນ ແລະ ອະນຸຍາດໃຫ້ມີການປະສານງານກ່ຽວກັບການບັງຄັບໃຊ້ກົດໝາຍ ຫຼື ລະບຽບການ. ພ້ອມນັ້ນ, ພາກນີ້ ຍັງອະນຸຍາດໃຫ້ ປະເທດພາຄີ ເພື່ອດໍາເນີນກິດຈະກໍາການຮ່ວມມືທາງດ້ານວິຊາການ ເພື່ອສ້າງຂີດຄວາມສາມາດທີ່ຈໍາເປັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການບັງຄັບໃຊ້ນະໂຍບາຍ ແລະ ກົດໝາຍວ່າດ້ວຍການແຂ່ງຂັນທຸລະກິດ. ພ້ອມນັ້ນ, ການປົກປ້ອງຜູ້ຊົມໃຊ້ ຍັງໄດ້ລະບຸໄວ້ໃນພາກນີ້ ໂດຍມີພັນທະ ເພື່ອຮັບຮອງນໍາໃຊ້ ຫຼື ຮັກສາໄວ້ ກົດໝາຍ ແລະ ລະບຽບການຕ່າງໆພາຍໃນປະເທດ ເພື່ອຫ້າມການປະຕິບັດທີ່ເຮັດໃຫ້ເຂົ້າໃຈຜິດ, ຫຼື ການອະທິບາຍທີ່ຕົວະຕົ້ມ ຫຼື ເຮັດໃຫ້ເຂົ້າໃຈຜິດໃນການຄ້າ; ປັບປຸງຄວາມຮັບຮູ້ ແລະ ການເຂົ້າເຖິງ ແລະ ກົນໄກການຊົດເຊີຍຜູ້ຊົມໃຊ້ຫ ແລະ ການຮ່ວມມືກ່ຽວກັບບັນຫາຜົນປະໂຫຍດຮ່ວມກັນ ຊຶ່ງກ່ຽວຂ້ອງກັບການປົກປ້ອງຜູ້ຊົມໃຊ້. ເຖິງຢ່າງໃດກໍຕາມ, ໃນພາກນີ້ ບໍ່ສາມາດນໍາມາໃຊ້ເປັນພື້ນຖານໃນການຮ້ອງຟ້ອງໃນກົນໄກການແກ້ໄຂຂໍ້ຂັດແຍ້ງໄດ້.

ພາກທີ 14 ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ໃນພາກນີ້ ແມ່ນຮັບຮູ້ເຖິງຄວາມສໍາຄັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໃນການປະກອບສ່ວນເຂົ້າໃນການຈະເລີນເຕີບໂຕຂອງເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ນະວັດຕະກໍາ ແລະ ສະນັ້ນ, ພາກນີ້ ແມ່ນສ້າງຂຶ້ນເພື່ອສົ່ງເສີມການແລກປ່ຽນຂໍ້ມູນ ແລະ ການຮ່ວມມື ເພື່ອເພີ່ມທະວີຄວາມສາມາດຂອງ ວນກ ເພື່ອນໍາໃຊ້ ແລະ ໄດ້ຮັບຜົນປະໂຫຍດຈາກໂອກາດທີ່ສ້າງຂຶ້ນຈາກສັນຍາ . ໃນພາກນີ້ ໄດ້ກໍານົດພັນທະຂອງປະເທດພາຄີ ເພື່ອແລກປ່ຽນຂໍ້ມູນກ່ຽວກັບ ສັນຍາ RCEP ທີ່ກ່ຽວຂ້ອງກັບ ວນກ, ລວມເຖິງ ເນື້ອໃນສັນຍາທັງໝົດ, ກົດໝາຍ ແລະ ລະບຽບການທີ່ຕິດພັນກັບການຄ້າ ແລະ ການລົງທຶນ ທີ່ກ່ຽວຂ້ອງກັບ ວນກ, ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບທຸລະກິດທີ່ອາດຈະເປັນປະໂຫຍດສໍາລັບ ວນກ ເພື່ອໃຫ້ໄດ້ຮັບຜົນປະໂຫຍດຈາກສັນຍາ RCEP.

ພາກທີ 15  ການຮ່ວມມືທາງດ້ານເສດຖະກິດ ແລະ ວິຊາການ (ECOTECH)

ໃນພາກການຮ່ວມມືທາງດ້ານເສດຖະກິດ ແລະ ວິຊາການນີ້ ແມ່ນກໍານົດຂອບວຽກ ເພື່ອໃຫ້ຮັບຮູ້ໄດ້ເຖິງຜົນປະກົດເປັນຈິງຂອງການພັດທະນາພາຍໃຕ້ສັນຍາ RCEP ນີ້ ໂດຍບັນດາປະເທດພາຄີ ຕົກລົງວ່າ ການຮ່ວມມືທາງດ້ານເສດຖະກິດ ແລະ ວິຊາການ ໃນ RCEP ມີຈຸດມຸ່ງໝາຍເພື່ອຮັດແຄບຊ່ອງວ່າງຂອງການພັດທະນາໃນບັນດາປະເທດພາຄີ. ການຮ່ວມມືທາງດ້ານເສດຖະກິດ ແລະ ວິຊາການພາຍໃຕ້ພາກນີ້ ຈະສະໜັບສະໜູນການຈັດຕັ້ງປະຕິບັດສັນຍາ ແລະ ການນໍາໃຊ້ສັນຍາໃຫ້ມີສ່ວນຮ່ວມ, ມີປະສິດທິພາບ ແລະ ປະສິດທິຜົນ. ບັນດາປະເທດພາຄີ ຕົກລົງກັນ ເພື່ອດໍາເນີນກິດຈະກໍາການຮ່ວມມືທາງດ້ານເສດຖະກິດ ແລະ ວິຊາການ ຊຶ່ງສຸມໃສ່ບັນຫາການຄ້າດ້ານສິນຄ້າ, ການຄ້າດ້ານການບໍລິການ, ການລົງທຶນ, ຊັບສິນທາງປັນຍາ, ການຄ້າຜ່ານທາງເອເລັກໂຕຣນິກ, ການແຂ່ງຂັນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ບັນຫາອື່ນໆ. ບູລິມະສິດແມ່ນຈັດໃຫ້ກິດຈະກໍາທີ່ຈັດໃຫ້ມີການສ້າງຂີດຄວາມສາມາດ ແລະ ການຊ່ວຍເຫຼືອທາງດ້ານວິຊາການຂອງບັນດາປະເທດດ້ອຍພັດທະນາ.

ພາກທີ 16 ການຈັດຊື້-ຈັດຈ້າງຂອງລັດຖະບານ

ພາກການຈັດຊື້-ຈັດຈ້າງຂອງລັດຖະບານ ແມ່ນພາກໃໝ່ທີ່ນໍາເຂົ້າເຈລະຈາໃນສັນຍາ RCEP ຊຶ່ງບໍ່ມີໃນສັນຍາເຂດການຄ້າເສລີລະຫວ່າງອາຊຽນ+1 ໂດຍໃນສັນຍາ ແມ່ນຮັບຮູ້ເຖິງບົດບາດຂອງລັດຖະບານໃນການຈັດຊື້-ຈັດຈ້າງ ເພື່ອເຊື່ອມໂຍງເສດຖະກິດພາກພື້ນຍິ່ງຂຶ້ນ ເພື່ອສ່ົງເສີມການຈະເລີນເຕີບໂຕຂອງເສດຖະກິດ ແລະ ການຈ້າງງານ. ໃນພາກນີ້ ບໍ່ພຽງແຕ່ ເພື່ອສົ່ງເສີມຄວາມໂປ່ງໃສທາງດ້ານກົດໝາຍ, ລະບຽບການ ແລະ ຂັ້ນຕອນ, ແຕ່ຍັງ ແນໃສ່ເພື່ອພັດທະນາການຮ່ວມມືຂອງບັນດາປະເທດໃນພາກພື້ນ RCEP ກ່ຽວກັບການຈັດຊື້-ຈັດຈ້າງຂອງລັດຖະບານ. ໂດຍແຕ່ລະປະເທດ ຕ້ອງໄດ້ຈັດພິມຂໍ້ມູນກ່ຽວກັບການຈັດຊື້-ຈັດຈ້າງທີ່ລະບຸໃນເອກະສານຊ້ອນທ້າຍຂອງພາກນີ້ ໂດຍສອດຄ່ອງກັບຈຸດປະສົງໃນການສົ່ງເສີມຄວາມໂປ່ງໃສໃນວຽກງານນີ້. ພ້ອມນັ້ນ, ໃນພາກນີ້ ຍັງມີມາດຕາທີ່ຕິດພັນກັບການທົບທວນຄືນໃນອະນາຄົດ ເພື່ອອໍານວຍຄວາມສະດວກໃນການຊື້-ຈັດຈ້າງຂອງລັດຖະບານ. ສິ່ງສໍາຄັນ ພັນທະສັນຍາໃນພາກນີ້ ບໍ່ສາມາດນໍາມາຮ້ອງຟ້ອງເປັນຂໍ້ຂັດແຍ້ງໄດ້.

ພາກທີ 17 ບົດບັນຍັດທົ່ວໄປ ແລະ ຂໍ້ຍົກເວັ້້ນ

ພາກບົດບັນຍັດທົ່ວໄປ ແລະ ຂໍ້ຍົກເວັ້ນ ລວມມີບົດບັນຍັດທີ່ນໍາໃຊ້ກັບທຸກພາກຂອງສັນຍາ RCEP ຊຶ່ງລວມມີ ພັນທະກ່ຽວກັບຄວາມໂປ່ງໃສ ສໍາລັບກົດໝາຍ, ລະບຽບການ, ຂັ້ນຕອນ ແລະ ການຄຸ້ມຄອງບໍລິຫານຂອງປະເທດພາຄີ ທີ່ຕິດພັນກັບບັນຫາທີ່ລະບຸໄວ້ໃນສັນຍາ RCEP. ພາກນີ້ ຍັງໄດ້ສ້າງກົນໄກການທົບທວນຄືນ ແລະ ກົນໄກການຮ້ອງຮຽນທີ່ເໝາະສົມ ສໍາລັບຂັ້ນຕອນທາງບໍລິຫານຂອງປະເທດພາຄີ ແລະ ກໍານົດໃຫ້ມີການປົກປ້ອງຂໍ້ມູນທີ່ເປັນຄວາມລັບ. ພ້ອມນັ້ນ, ໃນພາກນີ້ ຍັງສ້າງຂອບເຂດທາງດ້ານພູມີສາດຂອງການນໍາໃຊ້ສັນຍາ RCEP; ຢືນຢັນຄືນເຖິງ ສິດ ແລະ ຄວາມຮັບຜິດຊອບພາຍໃຕ້ສົນທິສັນຍາ ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ; ແລະ ຜູກມັດສັນຍາກັບບັນດາປະເທດພາຄີໃນການນໍາໃຊ້ມາດຕະການທີ່ເໝາະສົມ ອີງຕາມກົດໝາຍ ແລະ ລະບຽບການພາຍໃນຂອງຕົນ ເພື່ອປ້ອງກັນ ແລະ ຕີຕ້ານການສໍ້ລາດບັງຫຼວງໃນບັນຫາທີ່ຕິດພັນກັບສັນຍາ RCEP. ຄຽງຄູ່ກັນນັ້ນ, ໃນພາກນີ້ ຍັງກໍານົດໃຫ້ມີການຕັດສິນໃຈໃນການອະນຸມັດ ຫຼື ບໍ່ອະນຸມັດຂໍ້ສະເໜີຂອງການລົງທຶນຕ່າງປະເທດ ແລະ ການບັງຄັບໃຊ້ເງື່ອນໄຂ ຫຼື ຂໍ້ກໍານົດຂອງການອະນຸມັດດັ່ງກ່າວນັ້ນ ຕ້ອງບໍ່ຖືກຮ້ອງຟ້ອງພາຍໃຕ້ກົນໄກການແກ້ໄຂຂໍ້ຂັດແຍ້ງຂອງສັນຍາ RCEP.

ພາກນີ້ ຍັງລວມເອົາຂໍ້ຍົກເວັ້ນທົ່ວໄປພາຍໃຕ້ມາດຕາ 20 ຂອງສັນຍາ GATT (1994)  ແລະ ມາດຕາ 14 ຂອງສັນຍາ GATS ຂອງອົງການການຄ້າໂລກເຂົ້າໃນແຕ່ລະພາກທີ່ກ່ຽວຂ້ອງຂອງສັນຍາ RCEP. ຂໍ້ຍົກເວັ້ນດ້ານຄວາມໝັ້ນຄົງຂອງຊາດ ກໍໄດ້ນໍາໃຊ້ຄືກັບໃນຂໍ້ຍົກເວັ້ນຂອງສັນຍາອົງການການຄ້າໂລກ. ສໍາລັບມາດຕະການທີ່ຕິດພັນກັບອາກອນ,​ ສັນຍາ RCEP ຕ້ອງໃຫ້ສິດ ຫຼື ກໍານົດພັນທະຕາມຂອບເຂດທີ່ສັນຍາອົງການການຄ້າໂລກ ແລະ ມາດຕາກ່ຽວກັບການໂອນເງິນຂອງພາກການລົງທຶນໃນສັນຍາ RCEP ທີ່ອະນຸຍາດໃຫ້ສິດ ຫຼື ກໍານົດພັນທະເທົ່ານັ້ນ. ພ້ອມນັ້ນ, ໃນພາກນີ້ ຍັງອະນຸຍາດໃຫ້ປະເທດພາຄີ ຮັບຮອງນໍາໃຊ້ມາດຕະການທີ່ຈໍາເປັນໃດໜຶ່ງ ໃນກໍລະນີເກີດຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ດຸນການຊໍາລະສະສາງລະຫວ່າງປະເທດ ຫຼື ໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດບັນຫາດັ່ງກ່າວ.

ພາກທີ 18  ບົດບັນຍັດກ່ຽວກັບສະຖາບັນການຈັດຕັ້ງ

ພາກນີ້ ໄດ້ກໍານົດໄວ້ກ່ຽວກັບສະຖາບັນການຈັດຕັ້ງຂອງສັນຍາ RCEP ແລະ ໂຄງສ້າງການຈັດຕັ້ງສໍາລັບກອງປະຊຸມລັດຖະມົນຕີ RCEP, ຄະນະກໍາມະການຮ່ວມ RCEP, ສີ່ຄະນະກໍາມະການທີ່ຈະສ້າງຂຶ້ນຄື: ຄະນະກໍາມະການດ້ານສິນຄ້າ, ຄະນະກໍາມະການການຄ້າດ້ານການບໍລິການ ແລະ ການລົງທຶນ, ຄະນະກໍາມະການ ການເຕີບໂຕທີ່ຍືນຍົງ, ແລະ ຄະນະກໍາມະການເສດຖະກິດ ແລະ ໜ່ວຍງານຍ່ອຍອື່ນໆທີ່ຈະສ້າງຂຶ້ນໂດຍຄະນະກໍາມະການຮ່ວມ  RCEP. ຄະນະກໍາມະການຮ່ວມ RCEP ຖືກສ້າງຂຶ້ນ ເພື່ອພິຈາລະນາບັນຫາຕ່າງໆທີ່ຕິດພັນກັບການຈັດຕັ້ງປະຕິບັດ ແລະ ການປະຕິບັດງານຂອງສັນຍາ RCEP ໂດຍມີໜ້າທີ່ຕົ້ນຕໍ ລວມມີ ການຊີ້ນໍາ ແລະ ປະສານງານໃນວຽກຂອງໜ່ວຍປະຕິບັດງານຍ່ອຍຕ່າງໆ. ຄະນະກໍາມະການຮ່ວມ RCEP ຍັງຕ້ອງໄດ້ລາຍງານໃຫ້ແກ່ລັດຖະມົນຕີ RCEP ແລະ ຂໍທິດຊີ້ນໍາຕັດສິນໃນບາງບັນຫາຕາມຄວາມເໝາະສົມ.

ພາກທີ 19 ການແກ້ໄຂຂໍ້ຂັດແຍ້ງ (Dispute Settlement)

ກົນໄກແກ້ໄຂຂໍ້ແຍ້ງພາຍໃຕ້ສັນຍາ RCEP ສ້າງຂຶ້ນບົນພື້ນຖານກົນໄກແກ້ໄຂຂໍ້ຂັດແຍ້ງໃນຂອບອົງການການຄ້າໂລກ ທີ່ທຸກປະເທດທີ່ເຂົ້າຮ່ວມການເຈລະຈາ RCEP ເປັນພາຄີ. ກົນໄກນີ້ ແມ່ນຈະນຳໃຊ້ແກ້ໄຂຂໍ້ຂັດແຍ້ງລະຫວ່າງພາຄີຂອງ RCEP. ໝາຍວ່າ ມີແຕ່ລັດເທົ່ານັ້ນ ທີ່ຈະເປັນຜູ້ຮ້ອງຟ້ອງ ຫຼື ຖືກຮ້ອງຟ້ອງພາຍໃຕ້ກົນໄກນີ້; ເອກະຊົນ ຫຼື ອົງການຈັດຕັ້ງອື່ນໆແມ່ນບໍ່ສາມາດນຳໃຊ້ກົນໄກນີ້ໄດ້. ນອກຈາກນີ້, ໃນພາກນີ້ ຍັງໃຫ້ສິດພາຄີໃນການເລືອກໃຊ້ກົນໄກແກ້ໄຂຂໍ້ຂັດແຍ້ງພາຍໃຕ້ຂອບອື່ນ ເຊັ່ນ ອົງການການຄ້າໂລກ ເພື່ອແກ້ໄຂຂໍ້ຂັດແຍ້ງທີ່ກະທົບສິດ ແລະ ພັນທະທີ່ກົງກັນໃນຂອບສັນຍານັ້ນໆ. ແຕ່ເມື່ອເລືອກກົນໄກໃດໜຶ່ງແລ້ວ, ກົນໄກດັ່ງກ່າວຈະນຳໃຊ້ເປັນກົນໄກຕັດສິນສຸດທ້າຍ. ຂັ້ນຕອນໃນການແກ້ໄຂຂໍ້ຂັດແຍ້ງປະກອບມີ 3 ຂັ້ນຄື: ຂັ້ນປຶກສາຫາລື, ຂັ້ນໄກ່ເກ່ຍ ແລະ ຂັ້ນຄະນະກຳມະການຕັດສິນ.

ຂໍ້ຂັດແຍ້ງທີ່ຈະສາມາດແກ້ໄຂດ້ວຍກົນໄກນີ້ ແມ່ນຂໍ້ຂັດແຍ້ງກ່ຽວກັບການຕີຄວາມໝາຍເນື້ອຂອງສັນຍາ, ການບໍ່ປະຕິບັດຕາມພັນທະພາຍໃຕ້ສັນຍາ ຫຼື ການລະເມີດສັນຍາ ທີ່ກໍ່ໃຫ້ເກີດຄວາມເສຍຫາຍໃຫ້ແກ່ພາຄີອື່ນໆ (Violation complaints). ຂໍ້ຂັດແຍ້ງທີ່ເກີດຈາກການປະຕິບັດສັນຍາຢ່າງຖືກຕ້ອງ ແລະ ເຕັມສ່ວນ ແຕ່ສ້າງຜົນເສຍຫາຍ ຫຼື ອັບປະໂຫຍດຕໍ່ພາຄີອື່ນ (Non-violation complaints or effect doctrine) ແມ່ນຈະບໍ່ສາມາດນຳໃຊ້ກົນໄກນີ້ເພື່ອແກ້ໄຂໄດ້. ນີ້ແມ່ນຄວາມແຕກຕ່າງຕົ້ນຕໍລະຫວ່າງ ກົນໄກແກ້ໄຂຂໍ້ຂັດແຍ້ງພາຍໃຕ້ອົງການການຄ້າໂລກ ແລະ ກົນໄກແກ້ໄຂຂໍ້ຂັດແຍ້ງຂອງສັນຍາ RCEP.

ນອກຈາກນີ້, ຍັງໄດ້ມີການກຳນົດສິດຂອງຝ່າຍທີ 3 (Third party) ທີ່ເຂົ້າຮ່ວມໃນການແກ້ໄຂຂໍ້ຂັດແຍ້ງ ເຂົ້າຕື່ມໂດຍອີງໃສ່ບົດຮຽນທີ່ຈັດຕັ້ງປະຕິບັດຜ່ານມາໃນຂອບອົງການກາກຄ້າ ເພື່ອເພີ່ມການມີຮ່ວມ ແລະ ບົດບາດຂອງຝ່າຍທີ 3 ໃນຂະບວນການແກ້ໄຂຂໍ້ຂັດແຍ້ງ ເຊັ່ນ: ສິດໃນການຊີ້ແຈງເປັນລາຍລັກອັນສອນຢ່າງໜ້ອຍໜຶ່ງຄັ້ງກ່ອນກອງປະຊຸມພິຈະນາຂໍ້ຂັດແຍ່ງຄັ້ງທຳອິດ, ເຂົ້າຮ່ວມມີບົດກ່າວໃນກອງປະຊຸມດັ່ງກ່າວ ແລະ ສາມາດຕອບຄຳຖາມຂອງຄະນະກຳມະການຕັດສິນ. ນອກຈາກນີ້, ຄະນະການມະການຕັດສິນຍັງສາມາດພິຈາລະນາໃຫ້ສິດເພີ່ມເຕີມແກ່ຝ່າຍທີ່ສາມໄດ້. ສິ່ງເຫຼົ່ານີ້ເປັນຜົນດີຕໍ່ປະເທດດ້ອຍພັດທະນາ ໂດຍສະເພາະ ສປປ ລາວ ທີ່ບໍ່ມີງົບປະມານຫຼາຍທີ່ຈະໃຊ້ເຂົ້າໃນການຟ້ອງຮ້ອງ ແຕ່ຍັງສາມາດເຂົ້າຮ່ວມຕິດຕາມການພິຈາລະນາໄດ້ຢ່າງເຕັມສ່ວນ. ເມື່ອຜົນຕັດສິນອອກມາເປັນບວກ, ສປປ ລາວ ຈຶ່ງພິຈາລະນາຮ້ອງຟ້ອງກໍໄດ້. ໃນເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ້ງໃນຖານະຝ່າຍທີສາມ ຍັງເປັນໂອກາດອັນດີໃຫ້ວິຊາການທີ່ກ່ຽວຂ້ອງຂອງ ສປປ ລາວ ໄປຝຶກຝົນທັກສະນະ ແລະ ສະສົມປະສົບການໄປໃນຕົວ.

ພາກທີ 20 ບົດບັນຍັດສຸດທ້າຍ

ພາກບົດບັນຍັດສຸດທ້າຍ ໄດ້ກໍານົດສາຍພົວພັນລະຫວ່າງສັນຍາ RCEP ກັບ ສັນຍາສາກົນອື່ນໆ, ກົນໄກການທົບທວນຄືນທົ່ວໄປຂອງສັນຍາ, ຂັ້ນຕອນເພື່ອດັດແກ້ສັນຍາ, ແລະ ບົດບັນຍັດກ່ຽວກັບການສະໝັກເຂົ້າເປັນສະມາຊິກ. ສັນຍາ RCEP ແມ່ນເປີດກວ້າງໃຫ້ແກ່ການສະໝັກຂອງສະມາຊິກລັດ ຫຼື ອະນາເຂດພາສີອື່ນໆ 18 ເດືອນພາຍຫຼັງທີ່ສັນຍາມີຜົນບັງຄັບໃຊ້, ເຖິງແມ່ນວ່າ ສັນຍານີ້ ຍັງໄດ້ເປີດກວ້າງໃຫ້ແກ່ ອິນເດຍ ຊຶ່ງເປັນສະມາຊິກກໍ່ຕັ້ງນັບຈາກມື້ມີຜົນບັງຄັບໃຊ້ ໂດຍບໍ່ຕ້ອງຖ້າຮອດ 18 ເດືອນ. ພ້ອມນັ້ນ, ພາກນີ້ ຍັງໄດ້ ກໍານົດການຝາກສັນຍາ RCEP ໄວ້ກັບກອງເລຂາອາຊຽນຕົ້ນຕໍ ເພື່ອເຜີຍແຜ່ແຈກຢາຍເອກະສານໃຫ້ແກ່ທຸກຝ່າຍຮ່ວມສັນຍາ, ລວມທັງ ທຸກແຈ້ງການ, ຄໍາຮ້ອງຂໍເຂົ້າເປັນສະມາຊິກ, ເອກະສານການໃຫ້ສັດຕະຍາບັນ ແລະ ເອກະສານການຮັບຮອງຕ່າງໆ. ການມີຜົນບັງຄັບໃຊ້ສັນຍາ RCEP ແມ່ນຕ້ອງມີປະເທດທີ່ລົງນາມຢ່າງໜ້ອຍ ຫົກປະເທດສະມາຊິກອາຊຽນ ແລະ ສີ່ປະເທດຄູ່ພາຄີ ເພື່ອຝາກເອກະສານການໃຫ້ສັດຕະຍາບັນທີ່ກອງເລຂາອາຊຽນ, ການຍອມຮັບ ຫຼື ການຮັບຮອງເອົາສັນຍາ ເພື່ອເຮັດໃຫ້ສັນຍາມີຜົນບັງຄັບໃຊ້.

[1] Ratchet ໝາຍເຖິງ ການໃຫ້ພັນທະໂດຍອີງຕາມກົດໝາຍທີ່ມີຢູ່ໃນປະຈຸບັນ ແລະ ຖ້າໃນອະນາຄົດໄດ້ມີການເປີດຕະຫຼາດກວ້າງຂຶ້ນຕື່ມໃນຂະແໜງການທີ່ໄດ້ຮັບພັນທະດັ່ງກ່າວ ການເປີດກວ້າງໃໝ່ນັ້ນຈະກາຍເປັນພັນທະໃໝ່ທັນທີ.