Foreign Trade Policy Department

    Lao (ພາສາລາວ)English

Main Menu

Login Form

  • Create an account
    *
    *
    *
    *
    *
    Fields marked with an asterisk (*) are required.
  • Who's Online

    We have 16 guests online

    Visitor Counter

    mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
    mod_vvisit_counterToday230
    mod_vvisit_counterYesterday530
    mod_vvisit_counterThis week760
    mod_vvisit_counterLast week2148
    mod_vvisit_counterThis month5417
    mod_vvisit_counterLast month7600
    mod_vvisit_counterAll days63665
    There are no translations available.

    ກອງປະຊຸມເຜີຍແຜ່ກ່ຽວກັບ“ພາລະບົດບາດໃໝ່ຂອງກົມນະໂຍບາຍການຄ້າຕ່າງປະເທດ ພາຍຫຼັງການເຂົ້າເປັນ ສະມາຊິກ ອົງການການຄ້າໂລກ

    ທ່ານ ບຸນສົມ ພົມມະວິຫານ ກ່າກອງປະຊຸມວເປີດໃນລະຫວ່າງວັນທີ 25-26 ພຶດສະພາ 2013, ກົມ ນຄຕ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບພາລະບົດບາດໃໝ່ຂອງກົມນະໂຍບາຍການຄ້າຕ່າງປະເທດ ພາຍຫຼັງການເຂົ້າເປັນສະມາຊິກອົງການການຄ້າໂລກ, ທີ່ເມືອງວັງວຽງ ແຂວງວຽງຈັນ,​ໂດຍການເປັນປະທານຂອງ ທ່ານ ບຸນສົມ ພົມມະວິຫານ ຫົວໜ້າກົມ ນຄຕ, ຊຶ່ງມີບັນດາຄະນະກົມ, ຮອງກົມ,​ຄະນະພະແນກ ແລະ ວິຊາການ ພາຍໃນກົມທັງໝົດເຂົ້າຮ່ວມ.

    ຈຸດປະສົງຕົ້ນຕໍຂອງກອງປະຊຸມນີ້  ແມ່ນສະເໜີພາລະບົດບາດໃໝ່ຂອງກົມ ເພື່ອສ້າງ​ຄວາມ​ເຂົ້າ​ໃຈ, ຄວາມສະນິດສະໜົມ, ສາມັກຄີ ແລະ ຄວາມອົບອຸ່ນ. ພ້ອມນີ້, ກໍຖື​ເອົາ​ໂອກາດ​ນີ້ ​ທີ່​ຈະ​ໄດ້​ຮຽນ​ຮູ້ ​ແລະ ​ແລກປ່ຽນ​ບົດຮຽນກັບ​ທ່ານ ສະຕີບ ພາກເກີ, ຫົວໜ້າໂຄງການ LAO-LUNA ແລະ ຕ່າງໜ້າໂຄງການ GIZ.

     
    There are no translations available.

    ກອງປະຊຸມ Joint Trade Committee ຄັ້້ງປະຖົມມະເລີກ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ໃນລະຫວ່າງວັນທີ 18-19 ເມສາ 2013 ທີ່ ສຽມລຽບ, ປະເທດກຳປູເຈຍ

    ກຳປູເຈຍ ໃນລະຫວ່າງວັນທີ 18 ຫາ 19 ເມສາ 2013 ຄະນະຜູ້ແທນ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄະນະຜູແທນຈາກ 4 ແຂວງພາກໃຕ້ ນໍາໂດຍ ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການ ໄດ້ເດີນທາງ​​​ໄປເຂົ້າຮ່ວມກອງປະຊຸມ Joint Trade Committee (JTC) ຄັ້ງປະ ຖົມມະເລີກ ລະຫວ່າງລາວ ແລະ ກຳປູເຈຍ ທີ່ ສຽມລຽບ, ປະເທດກຳປູເຈຍ. ໂດຍສືບຕໍ່ການຕົກລົງ ເຫັນດີລະຫວ່າງ ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ແລະ ທ່ານ ຈຳ ປຣາສິດ ລັດຖະມົນຕີການຄ້າ ກຳປູເຈຍ ໃນເວລາຈັດກອງປະຊຸມລັດຖະມົນຕີ ASEAN 5-E ກ່ຽວກັບການຮ່ວມມືດ້ານເຂົ້າກິນ ຄັ້ງທີ 2 ຢູ່ແຂວງຈຳປາສັກ ລະຫວ່າງວັນທີ 27-28 ມີນາ 2013, ຊຶ່ງທ່ານທັງສອງ ໄດ້ປຶກສາ ຫາລືກັນ ກ່ຽວກັບສະພາບການພົວພັນການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ທີ່ເຫັນວ່າ ຍັງບໍ່ທັນມີຄວາມຟົດ ຟື້ນເທົ່າທີ່ຄວນ ອີກທັງມູນຄ່າການຄ້າກໍ່ຍັງມີໜ້ອຍ. ໃນນີ້, ສອງຝ່າຍເອງກໍ່ມີພຽງແຕ່ສັນຍາການຄ້າ ທີ່ໄດ້ລົງນາມກັນໃນປີ 1998 ເທົ່ານັ້ນທີ່ເປັນບ່ອນອີງໃຫ້ແກ່ການຮ່ວມມື ແຕ່ການຈັດຕັ້ງປະຕິບັດສັນຍາການຄ້າດັ່ງກ່າວ ກໍ່ຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ. ຈຶ່ງເຫັນຄວນໃຫ້ມີການເສີມຂະຫຍາຍການຮ່ວມມືນຳກັນໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ ແລະ ເຫັນດີນຳກັນໃຫ້ພິຈາລະນາການສ້າງຕັ້ງ ຄະນະກຳມາທິການຮ່ວມມືການຄ້າ (Joint Trade Committee) ລະຫວ່າງ ລາວ ແລະ ກຳປູເຈຍຂຶ້ນ.

     

    Draft Law on Metrology

    There are no translations available.

    ຮ່າງກົດໝາຍວ່າດ້ວຍການວັດແທກ.

    ອີງຕາມ ມາດຕາ 8, ກົດໝາຍວ່າດ້ວຍການສ້າງນິຕິກໍາ ເລກທີ 19/ສພຊ ລົງວັນທີ 12 ກໍລະກົດ 2012 , ໄດ້ລະບຸວ່າຈະແຈ້ງວ່າ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ມີສິດປະກອບຄໍາເຫັນໃສ່ຮ່າງນິຕິກໍາ ດ້ວຍການສົ່ງຄໍາເຫັນຂອງຕົນໄປຍັງອົງການຈັດຕັ້ງທີ່ຮັບຜິດຊອບສ້າງຮ່າງນິຕິກໍາ ຕາມເວລາ ແລະ ວິທີການ ທີ່ໄດ້ກໍານົດໄວ້.

    ດັ່ງນັ້ນ, ຈຶ່ງເປີດໂອກາດໃຫ້ທຸກພາກສ່ວນ ປະກອບຄຳຄິດເຫັນ ໃສ່ຮ່າງກົດໝາຍວ່າດ້ວຍການວັດແທກສະບັບ ດັ່ງກ່າວນີ້ ເປັນໄລຍະເວລາ 60 ວັນ ກ່ອນການສະເໜີຂໍການອະນຸມັດຢ່າງເປັນທາງການ.

     

    Draft Law on Food

    There are no translations available.

    ຮ່າງກົດໝາຍວ່າດ້ວຍອາຫານ.

    ອີງຕາມ ມາດຕາ 8, ກົດໝາຍວ່າດ້ວຍການສ້າງນິຕິກໍາ ເລກທີ 19/ສພຊ ລົງວັນທີ 12 ກໍລະກົດ 2012 , ໄດ້ລະບຸວ່າຈະແຈ້ງວ່າ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ມີສິດປະກອບຄໍາເຫັນໃສ່ຮ່າງນິຕິກໍາ ດ້ວຍການສົ່ງຄໍາເຫັນຂອງຕົນໄປຍັງອົງການຈັດຕັ້ງທີ່ຮັບຜິດຊອບສ້າງຮ່າງນິຕິກໍາ ຕາມເວລາ ແລະ ວິທີການ ທີ່ໄດ້ກໍານົດໄວ້.

    ດັ່ງນັ້ນ, ຈຶ່ງເປີດໂອກາດໃຫ້ທຸກພາກສ່ວນ ປະກອບຄຳຄິດເຫັນ ໃສ່ຮ່າງກົດໝາຍວ່າດ້ວຍອາຫານສະບັບດັ່ງກ່າວນີ້ ເປັນໄລຍະເວລາ 60 ວັນ ກ່ອນການສະເໜີຂໍການອະນຸມັດຢ່າງເປັນທາງການ.

     
    • «
    •  Start 
    •  Prev 
    •  1 
    •  2 
    •  3 
    •  4 
    •  5 
    •  6 
    •  7 
    •  8 
    •  9 
    •  10 
    •  Next 
    •  End 
    • »
    Page 1 of 11
    You are here: Home

    News Flash

    View Visitor Stats